ແຂວງຫົວພັນມີລາຍງານໝູຕາຍເກືອບ 600​ ໂຕ

ວຽງຈັນ (ວຽງຈັນທາມສ໌/ANN) – ມີລາຍງານວ່າພົບໝູຕາຍເກືອບ 600​ ໂຕໃນ 17 ບ້ານຂອງເມືອງຊອນ ແຂວງຫົວພັນ, ແຕ່ຍັັງບໍ່ມີການຢືນຢັນສາເຫດການຕາຍວ່າແມ່ນຍ້ອນພະຍາດອະຫິວາໝູອາຟຣິກາຫຼືບໍ່.ທ່ານ ສຸພາພອນ ແສງອິນທະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊອນ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ໃນມື້ວານນີ້ວ່າ ໃນຊ່ວງວັນທີ 6-15 ກໍລະກົດມານີ້ ທາງເມືອງພົບໝູຕາຍແລ້ວຈຳນວນ 578 ໂຕ.ອ່ານຕໍ່ ...

ພົມພົງ ເຫຼົາອິນ
http://annx.asianews.network/content/almost-600-pigs-reported-dead-huaphan-100428

ຕະຫຼາດລາວຈະເພີ່ມການນຳເຂົ້າສິນຄ້າກະເສດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວອາດຕ້ອງເພີ່ມທະວີການນຳເຂົ້າສິນຄ້າກະເສດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ເພີ່ມຂຶ້ນ ສຳລັບໝາກໄມ້ສົດ ແລະ ພືດຜັກ.ຕະຫຼາດສົດລາວອົດຊີ ເມືອງສີໂຄດຕະບອງ ເຊິ່ງເປັນໜຶ່ງໃນຕະຫຼາດສົດທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ອາດຕ້ອງເພີ່ມການຊື້ຂາຍສິນຄ້ານຳເຂົ້າຈາກຕ່າງປະເທດ, ເຈົ້າໜ້າທີ່ຈັດສັນຕະຫຼາດກ່າວຜ່ານໜັງສືພິມວຽງຈັນທາມສ໌ວານນີ້.ໃນປີຜ່ານມາ, ຕະຫຼາດດັ່ງກ່າວມີການນຳເຂົ້າສິນຄ້າກະເສດ 15% ຈາກປະເທດໄທ ແລະ 15% ຈາກປະເທດຫວຽດນາມເພື່ອຈຳໜ່າຍ ໃນຂະນະທີ່ສິນຄ້າຈຳນວນໜຶ່ງກໍມາຈາກຕ່າງແຂວງ.ສິນຄ້າທີ່ນຳເຂົ້າສ່ວນໃຫຍ່ລວມມີ ໝາກເລັ່ນ, ໝາກເຂືອ, ໝາດເຜັດ, ໝາກນາວ, ຜັກບົ່ວ, ຜັກທຽມ, ໝາກໄມ້ ແລະ ຜັກຕ່າງໆ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-markets-eyeing-more-agricultural-imports-100348

ຜູ້ລ້ຽງໝູໃນນະຄອນຫຼວງວຽງຈັນຮຽກຮ້ອງໃຫ້ແກ້ໄຂບັນຫາໜີ້ສິນ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວກະສິກອນຜູ້ລ້ຽງໝູໃນນະຄອນຫຼວງວຽງຈັນ ມີຄວາມຫວັງວ່າລັດຖະບານຈະຊ່ວຍແກ້ໄຂບັນຫາກ່ຽວກັບໜີ້ສິນ. ຊາວກະສິກອນຜູ້ລ້ຽງໝູຍັງຄົງປະສົບກັບບັນຫາໜີ້ສິນທີ່ແກ່ຍາວມາຫຼາຍປີ ແລະ ລາຄາຜະລິດຕະພັນຊິ້ນໝູຍັງຄົງສືບຕໍ່ເໜັງຕີງ ໂດຍສະເພາະພາຍໃຕ້ສະຖານະການຄວາມສ່ຽງກ່ຽວກັບການລະບາດຂອງພະຍາດອະຫິວາໝູອາຟຣິກາ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/vientiane-pig-farmers-want-debt-issues-addressed-100201

ລາວຍັງຄົງອີງໃສ່ການສະໜອງເບ້ຍໄມ້ນຳເຂົ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນລາວ ແລະ ສູນກ້າເບ້ຍໄມ້ໃນນະຄອນຫຼວງວຽງຈັນ ຍັງຄົງອີງໃສ່ເບ້ຍໄມ້ນຳເຂົ້າຈາກປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດໄທ ຕາມຄຳເຫັນຂອງເຈົ້າຂອງສວນກ້າເບ້ຍໄມ້ໃນລາວ.“ໃນແຕ່ລະປີ ຂ້າພະເຈົ້າໄດ້ນຳເຂົ້າເບ້ຍໄມ້ຫຼາຍພັນເບ້ຍ ເພື່ອນຳມາຂາຍຍ່ອຍ ເນື່ອງຈາກເບ້ຍໄມ້ບາງຊະນິດແມ່ນບໍ່ພຽງພໍກັບຄວາມຕ້ອງການ ອີກທັງມີລາຄາຖືກກວ່າພາຍໃນ,” ນາງມະນີວັນ ຈັນທະລັງສີ ເຈົ້າຂອງສວນກ້າເບ້ຍໄມ້ຈັນທາກ່າວ.ອ່ານຕໍ່  ...

ສຸກສະໄໝ ບູລົມ
http://annx.asianews.network/content/laos-still-reliant-imported-plant-supplies-100021

ສະຫະລັດຊ່ວຍເຫຼືອລາວໃນການຂະຫຍາຍເຄືອຂ່າຍກະສິກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະລັດໄດ້ຕົກລົງເສີມຂະຫຍາຍການຊ່ວຍເຫຼືອລາວຜ່ານໂຄງການສ້າງຄວາມເຊື່ອມໂຍງເພື່ອການຂະຫຍາຍເຄືອຂ່າຍກະສິກຳ (CLEAN) ເຊິ່ງຈະຊ່ວຍປັບປຸງຄຸນນະພາບຂອງຜະລິດຕະພັນກະສິກຳ ແລະ ເສີມຂະຫຍາຍການສົ່ງອອກ.ໃນວັນພຸດຜ່ານມາ ໂຄງການວິນຣ໋ອກໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັບກົມປູກຝັງ ເພື່ອການດຳເນີນໂຄງການ CLEAN ໃນລາວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/us-helps-laos-expand-agriculture-networks-100019

ເຈົ້າໜ້າທີ່ຮັບປະກັນຄວາມປອດໄພໃນການບໍລິໂພກຊີ້ນໝູ ເນື່ອງຈາກການລະບາດຂອງພະຍາດໃນວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຢືນຢັນວ່າຊິ້ນໝູທຸກໆປະເພດທີ່ວາງຂາຍຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ມີຄວາມປອດໄພໃນການບໍລິໂພກ ພາຍໃຕ້ການກວດສອບຢ່າງເປັນປົກກະຕິ ພາຍຫຼັງພົບການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ແຂວງສາລະວັນໃນເດືອນຜ່ານມາ.ໃນຂະນະດຽວກັນ ເຈົ້າໜ້າທີ່ກໍໄດ້ລາຍງານການລະບາດຂອງພະຍາດດັ່ງກ່າວຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ມີໝູຕາຍປະມານ 100 ໂຕ ເຊິ່ງໃນປະຈຸບັນ ໃນທົ່ວປະເທດພົບໝູຕາຍຍ້ອນພະຍາດດັ່ງກ່າວແລ້ວປະມານ 2,500 ໂຕ.ເຈົ້າໜ້າທີ່ສາທາລະນະສຸກຢືນຢັນວ່າ ການບໍລິໂພກຊີ້ນໝູແມ່ນມີຄວາມປອດໄພ ແຕ່ວ່າຕ້ອງຜ່ານການປຸ່ງແຕ່ງໃຫ້ສຸກດີ. ເຖິງວ່າເຊື້ອພະຍາດດັ່ງກ່າວຈະເປັນອັນຕະລາຍຕໍ່ໝູ ແຕ່ກໍບໍ່ມີຜົນຫຍັງຕໍ່ຄົນເຮົາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/authorities-reassure-consumers-pork-vientiane-outbreak-reported-99878

ສຳນັກຂ່າວ RFA ພົບສວນກ້ວຍຈີນໃໝ່ໃກ້ນະຄອນຫຼວງຂອງລາວເຊິ່ງລະເມີດຕໍ່ຄຳສັ່ງຫ້າມ

ໃນພື້ນທີ່ທີ່ຫາກໍ່ຖາກຖາງໃໝ່, ກຳມະກອນໄດ້ກະກຽມແນວພັນເພື່ອປູກສວນກ້ວຍຈີນແຫ່ງໃໝ່ຢູ່ໃກ້ກັບນະຄອນຫຼວງວຽງຈັນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ຫ້າມດຳເນີນໂຄງການດັ່ງກ່າວ.ໜ່ວຍຂ່າວວິທະຍຸເສຣິອາຊີ ພົບພື້ນທີ່ 30 ເຮັກຕາ ຢູ່ເມືອງນາຊາຍທອງ ຊານນະຄອນຫຼວງວຽງຈັນ ຫ່າງຈາກທາງຫຼວງປະມານ 5 ກິໂລແມັດ (3​ ໄມ). ມີກຳມະກອງສິບສອງຄົນ ອາໄສຢູ່ຕາມຖຽງນາ ບໍ່ມີສຸຂາພິບານ ມີແຕ່ໜອງນ້ຳເປື້ອນເພື່ອໃຊ້ໃນລະຫວ່າງວັນ ຢູ່ພາຍໃຕ້ການກວດກາຂອງຫົວໜ້າຄົນຈີນສອງຄົນ.ອ່ານຕໍ່ ...

ໜ່ວຍຂ່າວ RFA
https://www.rfa.org/english/news/laos/china-banana-07032019140543.html

ຟິລິປິນຫ້າມການນຳເຂົ້າຊິ້ນໝູຈາກລາວເນື່ອງຈາກການລະບາດຂອງພະຍາດອະຫິວາໝູ: WTO

ເຈນິວາ (ຣອຍເຕີ) – ປະເທດຟິລິປິນສັ່ງຫ້າມການນຳເຂົ້າໝູ ແລະ ຜະລິດຕະພັນຊິ້ນໝູຈາກລາວ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຣິກາ, ຕາມການເປີດເຜີຍຂອງອົງການການຄ້າໂລກ (WTO) ໃນວັນອັງຄານນີ້.ປະເທດຟິລິປິນເປັນອີກປະເທດໜຶ່ງທີ່ດຳເນີນມາດຕະການຄ້າຍກັບປະເທດຈີນ ແລະ ໄທ, ພາຍຫຼັງພົບການລະບາດຂອງພະຍາດດັ່ງກ່າວຢູ່ແຂວງສາລະວັນທາງພາກໃຕ້ຂອງລາວ.ອ່ານຕໍ່ ...

Andrew Cawthorne
https://wsau.com/news/articles/2019/jul/02/philippines-bans-pig-imports-from-laos-due-to-swine-fever-wto/

ແນວລາວ, ພົງສະຫວັນກຣຸບ, ຊາວກະສິກອນຮ່ວມມືກັນຜະລິດໝາກໄມ້ຄຸນນະພາບສູງເພື່ອການສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການດັ່ງກ່າວລວມມີການກໍ່ສ້າງອ່າງເກັບນ້ຳເພື່ອການກະເສດ ແລະ ນ້ຳບາດານ ແລະ ການຕິດຕັ້ງສາຍໄຟຟ້າ.ອົງການຈັດຕັ້ງແນວລາວສ້າງຊາດ, ບໍລິສັດພົງສະຫວັນກຣຸບ ແລະ ແນວລາວສ້າງຊາດແຂວງໄຊສົມບູນໄດ້ຈັດຕັ້ງພິທີປູກຕົ້ນໄມ້ໃຫ້ໝາກ ໃນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເພື່ອຫຼຸດຜ່ອນຄວາມທຸກຍາກ ຢູ່ເຂດພັດທະນາໂພນສະຫວັນໃນວັນເສົາທີ່ຜ່ານມາ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-front-phongsavanh-group-farmers-jointly-produce-high-quality-fruits-export-99393

ແຂວງສາລະວັນມີໝູຕາຍຍ້ອນພະຍາດອະຫິວາໝູອາຟຣິກາເພີ່ມຂຶ້ນ

ແຂວງສາລະວັນທາງພາກໃຕ້ຂອງລາວມີຈຳນວນໝູຕາຍຍ້ອນພະຍາດອະຫິວາໝູອາຟຣິກາ (ASF) ເພີ່ມຂຶ້ນ. ຕົວເລກໝູຕາຍຫຼ້າສຸດຈາກອຳນາດການປົກຄອງທ້ອງຖິ່ນແມ່ນຢູ່ທີ່ 2,500 ໂຕ ຕາມສຳນັກຂ່າວວຽງຈັນທາມສ໌.ແຂວງດັ່ງກ່າວໄດ້ມີການຢືນຢັນການລະບາດຂອງພະຍາດ ASF ດັ່ງກ່າວໃນທ້າຍເດືອນແລ້ວນີ້, ເຊິ່ງມີເຈັດບ້ານທີ່ໄດ້ຮັບຜົນກະທົບ ເຮັດໃຫ້ມີສັດລ້ຽງລົ້ມຕາຍ 973 ໂຕ, ຕາມກະຊວງກະສິກຳ ແລະ ປ່າໄມ້ຂອງລາວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/01/salavanh-province-sees-increase-in-swine-fever-pig-deaths/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cs395
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!