ກະສິກຳ ແລະ ການປະມົງ
ກະສິກຳ
ລາວມີເປົ້າໝາຍຂຶ້ນທະບຽນທຸລະກິດປຸ໋ຍເຄມີ, ຊີວະພາບ
ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງ ພວມດຳເນີນການຂຶ້ນທະບຽນບໍລິສັດປຸ໋ຍເຄມີ ແລະ ຊີວະພາບ ເພື່ອຄວບຄຸມຄຸນນະພາບຂອງຜະລິດຕະພັນ ແລະ ຫຼຸດຜ່ອນຜົນເສຍຕໍ່ຄົນ ແລະ ສິ່ງແວດລ້ອມ.ປະຈຸບັນ ມີບໍລິສັດປຸ໋ຍເຄມີ ແລະ ຊີວະພາບ ສາມບໍລິສັດ ທີ່ຂຶ້ນທະບຽນຕາມກົດໝາຍ ຄື: ບໍລິສັດປຸ໋ຍ ສະຫວັນນະເຂດ ຈຳກັດ. ບໍລິສັດ ມາລິນີ ກະສິກຳ ຈຳກັດ, ແລະ ບໍລິສັດ ລາວໄກຢວນ ບໍ່ແຮ່ ຈຳກັດ, ຕາມເວັບໄຊຂອງກະຊວງອຸດສາຫະກຳ ແລະ ການຄ້າ. ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-targets-chemical-biological-fertiliser-registration-106476
ກະຊວງຄວບຄຸມຄຸນນະພາບຢາປາບສັດຕູພືດ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກລະບຽບການໃໝ່ ເພື່ອໃຫ້ອຳນາດການປົກຄອງ ສາມາດກວດກາຄຸນນະພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ກ່ອນການນຳໃຊ້ໃນການປູກຝັງໃນປະເທດ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ສະບັບວັນທີ 17 ກັນຍາ ເຊິ່ງຮຽກຮ້ອງໃຫ້ຜູ້ຜະລິດ ແລະ ຜູ້ນຳເຂົ້າຢາປາບສັດຕູພືດ ທຳການລົງທະບຽນສິນຄ້າຂອງຕົນຜ່ານອຳນາດການປົກຄອງ ເພື່ອທຳການກວດກາຕາມລະບຽບການ.ອ່ານຕໍ່ ...
ເອກະພອນ ພູທອນສີ
ລາວ, ຈີນ ຮ່ວມມືໃນການຄວບຄຸມຄຸນນະພາບສິນຄ້າກະເສດເພື່ອການສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະມີສູນອຳນວຍຄວາມສະດວກຄຸນນະພາບສູງ ເພື່ອຮັບປະກັນມາດຕະຖານຄວາມສະອາດສາກົນທີ່ຈຳເປັນສຳລັບຜະລິດຕະພັນພຶດຜັກ ແລະ ສັດ ກໍຄືນຳໃຊ້ເພື່ອການຝຶກອົບຮົມ.ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການກໍ່ສ້າງສູນດັ່ງກ່າວ ໄດ້ມີການລົງນາມທີ່ນະຄອນວຽງຈັນ ໂດຍທ່ານ ຈັນທາ ທິບພະວົງພັນ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ແລະ ທ່ານນາງ ຫຼຽງ ຢາຫຼີ ປະທານບໍລິສັດພັດທະນາກະສິກຳ ຢຸນນານ ຢູຈານ ຈຳກັດ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/laos-china-partner-quality-control-agricultural-exports-106309
ແຂວງອຸດົມໄຊຂອງລາວ ກວດພົບເຊື້ອໄຂ້ຫວັດນົກສາຍພັນ H5N6
ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ອອກແຈ້ງການວ່າ ອຳນາດການປົກຄອງໄດ້ກວດພົບເຊື້ອໄວຣັສ໌ໄຂ້ຫວັດສັດປີກ ສາຍພັນ H5N6 ໃນເປັດທີ່ວາງຂາຍໃນຕະຫຼາດແຫ່ງໜຶ່ງຂອງເມືອງໄຊ.ໃນວັນທີ 8 ຕຸລານີ້ ທີມງານກົມລ້ຽງສດ ແລະ ການປະມົງ ຮ່ວມກັບເຈົ້າໜ້າທີ່ເມືອງໄຊ ໄດ້ເກັບຕົວຢ່າງເປັດ ແລະ ໄກ່ຈຳນວນ 61 ຕົວຢ່າງ ຈາກຕະຫຼາດບ້ານຕິນ ເມືອງໄຊ. ຈາກການທົດສອບໃນຫ້ອງວິໄຈ ຢັ້ງຢືນວ່າພົບເຊື້ອໄວຣັສ໌ H5N6. ເຈົ້າໜ້າທີ່ລາຍງານວ່າ ມີເປັດໄກ່ປະມານ 300-400 ໂຕ ທີ່ມາຈາກປະເທດເພື່ອນບ້ານ ແລະ ນຳເຂົ້າຜ່ານດ່ານສາກົນແຂວງງບໍ່ແກ້ວ, ກ່ອນຈະມີການຈັດສົ່ງມາຈຳໜ່າຍໃນຕະຫຼາດແຂວງອຸດົມໄຊດັ່ງກ່າວ.ອ່ານຕໍ່ ...
Cameron Darke
https://laotiantimes.com/2019/10/11/h5n6-avian-flu-detected-in-oudomxay-province-laos/
ຊ່ຽວຊານລາວ, ເກົາຫຼີ ຮັບຮອງອ່າງເກັບນ້ຳຊົນລະປະທານນະຄອນຫຼວງວຽງຈັນກ່ອນໜ້າພິທີມອບຮັບ
ເຈົ້າໜ້າທີ່ວິຊາການ ຈາກກະຊວງກະສິກຳ ແລະ ປ່າໄມ້ຂອງລາວ ແລະ ກະຊວງກະສິກຳ, ອາຫານ ແລະ ຊົນນະບົດ ຂອງສາທາລະນະລັດເກົາຫຼີ ໄດ້ສຳເລັດການກວດສອບຄຸນນະພາບຂອງອ່າງເກັບນ້ຳຊົນລະປະທານ ຢູ່ເມືອງສັງທອງ ແຂວງວຽງຈັນ ໃນວັນພຸດຜ່ານມານີ້.ການຮັບຮອງອ່າງເກັບນ້ຳດັ່ງກ່າວ ເຊິ່ງຕັ້ງຢູ່ບ້ານນາຈະເລີນ ແມ່ນຂັ້ນຕອນສຸດທ້າຍຂອງໂຄງການກໍ່ສ້າງໄລຍະສາມປີ (2016-2019) ເຊິ່ງຈະມີພິທີມອບຮັບ ແລະ ເປີດຕົວຢ່າງເປັນທາງການໃນເດືອນໜ້ານີ້. ອ່ານຕໍ່ ...
ສັງຄົມໄຊ ບຸບຜານຸວົງ
ແຂວງສາລະວັນກະກຽມແນວປູກ ເພື່ອທົດແທນຜົນຜະລິດທີ່ຖືກເສຍຫາຍຍ້ອນໄພນ້ຳຖ້ວມ
ຊາວກະສິກອນໃນ 50 ບ້ານຂອງເມືອງຄົງເຊໂດນ ແຂວງສາລະວັນ ກຳລັງກະກຽມປູກພືດລະດູແລ້ງໃນພື້ນທີ່ 300 ກວ່າເຮັກຕາ ພາຍຫຼັງທີ່ເຂົ້ານາປີເສຍຫາຍເປັນຈຳນວນຫຼວງຫຼາຍຍ້ອນໄພນ້ຳຖ້ວມທີ່ຜ່ານມາ.ທ່ານ ຄຳເຝືອ ຄູນນິໄສ ເຈົ້າເມືອງເມືອງຄົງເຊໂດນ ກ່າວໃນອາທິດແລ້ວນີ້ວ່າ ປະຊາຊົນໃນ 50 ບ້ານຈະເລີ່ມລົງມືປູກພືດລະດູແລ້ງໃນພື້ນທີ່ 3,000 ກວ່າເຮັກຕາ ພາຍໃນທ້າຍເດືອນນີ້, ເພື່ອທົດແທນຜົນຜະລິດເຂົ້ານາປີທີ່ຖືກນ້ຳຖ້ວມເສຍຫາຍ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/saravan-prepares-new-crop-replace-harvest-lost-floods-105836
ບົດບັນນາທິການ: ເຂົ້າສານທີ່ນຳເຂົ້າມີລາຄາທີ່ຖືກກວ່າເຂົ້າສານທີ່ປູກພາຍໃນປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ຄົນລາວສ່ວນໃຫຍ່ນິຍົມບໍລິໂພກເຂົ້າໜຽວ ເຊິ່ງເປັນສະບຽງອາຫານຫຼັກຂອງຄົນລາວທົ່ວປະເທດ.ໃນຊຸມປີຜ່ານມາ ລາຄາເຂົ້າທີ່ຜະລິດໃນລາວແມ່ນນັບມື້ນັບສູງຂຶ້ນ ແລະ ບໍ່ເຄີຍລົງ. ສາເຫດຂອງບັນຫານີ້ແມ່ນຍ້ອນພື້ນທີ່ປູກເຂົ້າຈຳນວນຫຼາຍ ບໍ່ສາມາດທຳການຜະລິດໄດ້ຕາມເປົ້າໝາຍ ເນື່ອງຈາກລະດູແລ້ງທີ່ແກ່ຍາວ ແລະ ໄພນ້ຳຖ້ວມ. ບາງພາກຂອງປະເທດບໍ່ສາມາດຜະລິດເຂົ້າໄດ້ພຽງພໍຕໍ່ຄວາມຕ້ອງການ ສ່ວນຜູ້ຂາຍເອງກໍສວຍໂອກາດຂຶ້ນລາຄາເຂົ້າໃນເວລາຂາດແຄນ. ຕາມຄຳສຸພາສິດທີ່ວ່າ “ນ້ຳຂຶ້ນໃຫ້ຮີບຕັກ ຖ້າບໍ່ດັ່ງນັ້ນຈະບໍ່ໄດ້ຫຍັງ.”ອ່ານຕໍ່ ...
ໂຕະຂ່າວບັນນາທິການ
http://annx.asianews.network/content/editorial-imported-rice-cheaper-rice-grown-laos-105519
ຊີ້ນໝູຍັງຄົງພຽງພໍຕໍ່ການບໍລິໂພກພາຍໃນ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຄົງມີໝູພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ເຖິງຈະມີການລະບາດຂອງພະຍາດອະຫິວາໝູອາຟຼິກາຢ່າງຕໍ່ເນື່ອງພາຍໃນປະເທດ.ການລະບາດຂອງພະຍາດດັ່ງກ່າວກວມເອົາ 103 ບ້ານໃນ 42 ເມືອງໃນ 15 ແຂວງ, ຕາມຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້.ພື້ນທີ່ທີ່ມີການລະບາດ ມີໝູທັງໝົດ 25,568 ໂຕ, ເຊິ່ງໃນນັ້ນ 10,903 ໂຕຕາຍຍ້ອນພະຍາດດັ່ງກ່າວ ແລະ ອີກ 3,306 ໂຕໄດ້ຮັບການທຳລາຍ.ອ່ານຕໍ່ ...
ລາຄາປາລ້ຽງທີ່ວາງຈຳໜ່າຍ ສູງກວ່າລະດັບທີ່ລັດຖະບານກຳນົດ
ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາປາລ້ຽງທີ່ວາງຂາຍໃນນະຄອນຫຼວງວຽງຈັນໃນປະຈຸບັນ ແມ່ນສູງກວ່າລະດັບທີ່ລັດຖະບານກຳນົດ ຫຼັງຈາກທີ່ຊາວກະສິກອນທີ່ລ້ຽງປາຫຼາຍເຈົ້າປະສົບສະພາບຂາດທຶນເນື່ອງຈາກໄພນ້ຳຖ້ວມໃນໄລຍະທີ່ຜ່ານມາ.ນອກຈາກນີ້ ເຂົາເຈົ້າຍັງຕ້ອງແບກຮັບພາລະຕົ້ນທຶນໃນການລ້ຽງປາທີ່ເພີ່ມສູງຂຶ້ນ.ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ປ້ອງກັນການສວຍໂອກາດຂຶ້ນລາຄາ, ໃນເດືອນພຶດສະພາທີ່ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ອອກແຈ້ງການກ່ຽວກັບລາຄາຂາຍປາດັ່ງກ່າວບໍ່ໃຫ້ເກີນ 20,000 ກີບຕໍ່ໜຶ່ງກິໂລ. ແຕ່ມາໃນປະຈຸບັນ ລາຄາທີ່ຂາຍຕາມທ້ອງຕະຫຼາດແມ່ນເພີ່ມຂຶ້ນຮອດ 23,000-25,000 ກີບຕໍ່ກິໂລ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/cost-farmed-fish-exceeds-price-set-lao-government-105206
ລັດຖະບານປ່ອຍເຂົ້າສານອອກຈາກຄັງ ເພື່ອຫຼຸດຜ່ອນລາຄາໃນທ້ອງຕະຫຼາດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸມັດການປ່ອຍຂາຍເຂົ້າສານອອກຈາກຄັງຈຳນວນ 2,000 ໂຕນ ເພື່ອຫຼຸດຜ່ອນລາຄາເຂົ້າໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ເນື່ອງຈາກການຂາດແຄນການສະໜອງເຮັດໃຫ້ລາຄາເຂົ້າ ຖີບຕົວສູງຂຶ້ນກວ່າ 20 ສ່ວນຮ້ອຍທຽບກັບລາຄາປົກກະຕິ.ບາດກ້າວດັ່ງກ່າວກໍ່ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ຜູ້ບໍລິໂພກ ແລະ ຫຼຸດຜ່ອນພາລະສຳລັບຜູ້ທີ່ມີລາຍໄດ້ໜ້ອຍ ແລະ ປານກາງ.ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມກະສິກຳ ຈຳກັດ ປ່ອຍເຂົ້າສານ 2,000 ໂຕນ ພາຍຫຼັງຂໍ້ສັນຍາທີ່ລັດຖະບານ ແລະ ບໍລິສັດໄດ້ເຊັນຕົງລົງກັນມີຜົນນຳໃຊ້.ລາຄາເຂົ້າສານໜຽວລະດັບສອງ ທີ່ວາງຂາຍໃນຫ້າຈຸດໃນນະຄອນຫຼວງວຽງຈັນແມ່ນ 6,500 ກີບຕໍ່ກີໂລ ສຳລັບຊ່ວງວັນທີ 23-30 ກັນຍານີ້. ລາຄາດັ່ງກ່າວແມ່ນຕ່ຳກວ່າລາຄາຕະຫຼາດປະຈຸບັນ 2,000 ກີບ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-govt-releases-stockpiled-rice-lower-market-price-105063