ຊາວກະສິກອນລາວຜະເຊີນຄວາມທ້າທາຍດ້ານພູມອາກາດທີ່ຮຸນແຮງ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນລາວກຳລັງຜະເຊີນກັບສິ່ງທ້າທາຍຕໍ່ເນື່ອງໃນການຜະລິດ ພາຍໃຕ້ສະພາບອຸນນະພູມທີ່ສືບຕໍ່ເພີ່ມຂຶ້ນໃນລະດັບສູງສຸງ.ຫຼ້າສຸດ ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ ອຸນນະພູມໃນລາວແມ່ນຮ້ອນເຖິງລະດັບ 40ºC  ແລະ ສະພາບອາກາດຮ້ອນດັ່ງກ່າວຈະສືບຕໍ່ໄປເຖິງທ້າຍເດືອນນີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຂະແໜງກະສິກຳຂອງລາວຄາດວ່າຈະມີການຂະຫຍາຍຕົວຢ່າງໝັ້ນຄົງ

ວຽງຈັນ (ວຽງຈັນທາມສ໌/ANN) – ຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວໃນອັດຕາ 3% ໃນປີນີ້, ຖ້າວ່າລາວບໍ່ຜະເຊີນກັບໄພພິບັດທາງທຳມະຊາດທີ່ຮ້າຍແຮງຄືປີຜ່ານມາ.ຕາມການຄາດຄະເນໃນບົດລາຍງານທິດທາງການພັດທະນາໃນອາຊີ (ADO) 2019, ຂະແໜງກະສິກຳຂອງລາວຈະຂະຫຍາຍຕົວໃນອັດຕາ 2.5%.ຂະແໜງດັ່ງກ່າວໄດ້ຫຼຸດຜ່ອນການຂະຫຍາຍຕົວ ຈາກ 2.9% ສຳລັບປີ 2017 ມາເປັນ 2.5% ໃນປີ 2018, ຕາມບົດລາຍງານຈາກສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ການປະຕິຮູບເສດຖະກິດ ພາຍໃຕ້ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ຄຸມເຂັ້ມກ່ຽວກັບການລັກລອບນຳເຂົ້າຊີ້ນໝູຜິດກົດໝາຍໃນຊ່ວງປີໃໝ່ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊຸກຍູ້ໃຫ້ເຈົ້າໜ້າທີ່ ເຊິ່ງປະຈຳຢູ່ດ່ານຊາຍແດນຫວຽດ ແລະ ຈີນ ໃຫ້ເຂັ້ມງວດເປັນພິເສດ ໃນການກວດກາການນຳເຂົ້າໝູ ແລະ ຊີ້ນໝູຜິດກົດໝາຍໃນຊ່ວງປີໃໝ່ລາວ.ຊ່ວງໄລຍະພັກເປັນຊ່ວງທີ່ສຳຄັນ ແລະ ຕ້ອງການສະບຽງອາຫານຊີ້ນໝູໃນປະລິມານຫຼາຍ ດັ່ງນັ້ນ ຜູ້ບໍ່ຫວັງດີອາດພະຍາຍາມລັກລອບນຳເຂົ້າຜະລິດຕະພັນທີ່ຜິດກົດໝາຍດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວ

ຊາວກະສິກອນທີ່ລ້ຽງງົວຈະໄດ້ຮັບປະໂຫຍດຈາກການເຂົ້າຮ່ວມໂຄງການ: ກໍລະນີສຶກສາ

ຊາວກະສິກອນບ້ານປາກສີ ນະຄອນຫຼວງພະບາງ ປະຈຸບັນຈະສາມາດສ້າງລາຍຮັບຈາກການຜະລິດເຂົ້າ ແລະ ການເກັບກ່ຽວອາຫານສຳລັບງົວຄວາຍໄດ້ຫຼາຍຂຶ້ນ ຍ້ອນໂຄງການສົ່ງເສີມຊີວະນາໆພັນ ແລະ ການຕະຫຼາດໃນການຊື້ຂາຍງົວ.ໂຄງການດັ່ງກ່າວແມ່ນຢູ່ພາຍໃຕ້ການສະໜັບສະໜູນຂອງ ສູນຄົ້ນຄວ້າກະສິກຳສາກົນອອສ໌ເຕຣເລຍ (ACIAR) ແລະ ດຳເນີນການຮ່ວມໂດຍມະຫາວິມະຍາໄລຊິດນີ ແລະ ກົມລ້ຽງສັດ ແລະ ການປະມົງລາວ, ເຊິ່ງແນໃສ່ການປ້ອງກັນພະຍາດໃນງົວ ເພື່ອໃຫ້ຊາວກະສິກອນສາມາດຂາຍສັດລ້ຽງໄດ້ຫຼາຍຂຶ້ນ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ການລວມສູນການຄຸ້ມຄອງດິນ ແລະ ນ້ຳ ຈະເພີ່ມລາຍຮັບໃຫ້ແກ່ຊາວກະສິກອນທີ່ປູກຜັກສະຫຼັດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວກະສິກອນທີ່ປູກຜັກສະຫຼັດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດເພີ່ມລາຍຮັບດ້ວຍການນຳໃຊ້ເຕັກນິກເພື່ອການປັບປຸງຜົນຜະລິດແບບຍືນຍົງ ຜ່ານໂຄງການການລວມສູນການຄຸ້ມຄອງດິນ ແລະ ນ້ຳໃນລາວ ແລະ ກຳປູເຈຍ.ຊາວກະສິກອນເມືອງດັ່ງກ່າວສ່ວນໃຫຍ່ໄດ້ນຳໃຊ້ປຸ໋ຍເຄມີ ແລະ ຝຸ່ນເພື່ອປັບປຸງດິນ ແລະ ເພີ່ມປະລິມານການປູກຜັກ ແຕ່ວ່າເຂົາເຈົ້າບໍ່ໄດ້ຄຳນຶງເຖິງຄວາມຍືນຍົງຂອງດິນພາຍຫຼັງການເກັບກູ້ຜົນລະປູກ.ອ່ານຕໍ່ ...

ໂຕະຂ່າວ

ລາວສົ່ງເສີມຂະແໜງການຜະລິດກາເຟໃຫ້ໄດ້ທັງຄຸນນະພາບ ແລະ ປະລິມານ

ວຽງຈັນ (ວຽງຈັນທາມສ໌/ANN) – ການຜະລິດກາເຟທົ່ວປະເທດຕ້ອງສືບຕໍ່ໃນການພັດທະນາ ໃນຂະນະດຽວກັນກໍຕ້ອງມີການສົ່ງເສີມດ້ານຄຸນນະພາບ ໃຫ້ສອດຄ່ອງກັບຄວາມຕ້ອງການທີ່ເພີ່ມຂຶ້ນຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ຕາມເຈົ້າໜ້າທີ່ການນຳ. ທ່ານ (ປອ) ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຄຳແນະນຳໃນກອງປະຊຸມຂອງສະມາຄົມກາເຟລາວ (Conseil National Du Cafe Lao)  ເຊິ່ງຈັດຂຶ້ນທີ່ວຽງຈັນໃນວັນສຸກຜ່ານມາ.ອ່ານຕໍ່ ...

ໂຕະຂ່າວ

ລາວສົ່ງເສີມຜະລິດຕະພັນກາເຟລາວໃນຕະຫຼາດທ້ອງຖິ່ນ ແລະ ສາກົນ

ລັດຖະບານໄດ້ມີການສົ່ງເສີມການຜະລິດກາເຟໃນ 11 ແຂວງທົ່ວປະເທດ ເພື່ອສະໜອງຜະລິດຕະພັນທີ່ມີຄຸນນະພາບສູງເຂົ້າສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ. ປະເດັນດັ່ງກ່າວໄດ້ຍົກຂຶ້ນຫາລືໃນກອງປະຊຸມທີ່ວຽງຈັນໃນວັນສຸກທີ່ຜ່ານມາ ເພື່ອທົບທວນການຂະຫຍາຍແຜນການຜະລິດກາເຟສຳລັບປີ 2015-2018 ແລະ ແຜນການໃນຕໍ່ໜ້າ.ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງທ່ານ (ປອ) ພວງ ປະຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ການເຂົ້າຮ່ວມຂອງພະນັກງານ ແລະ ຜູ້ປະກອບການທີ່ກ່ຽວຂ້ອງໃນຂະແໜງການຜະລິດກາເຟ.ອ່ານຕໍ່ ...

ໜ່ວຍຂ່າວວຽງຈັນທາມສ໌

ການແຜ່ລະບາດຂອງເຊື້ອໄວຣັສ໌ໃນປະເທດເພື່ອນບ້ານເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ການແຜ່ລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາໃນປະເທດເພື່ອນບ້ານ ໄດ້ສ້າງຄວາມກັງວົນຕໍ່ຜູ້ບໍລິໂພກໃນລາວ, ເຮັດໃຫ້ການບໍລິໂພກຊິ້ນໝູໃນປະເທດຫຼຸດລົງຢ່າງທັນຕາ.ຜູ້ບໍລິໂພກມີຄວາມກັງວົນທີ່ເພີ່ມຂຶ້ນ ພາຍຫຼັງທີ່ເຈົ້າໜ້າທີ່ລາວໄດ້ກວດພົບເຊື້ອໄວຣັສ໌ໃນຊີ້ນ, ເຄື່ອງໃນ ແລະ ກະດູກໝູນຳເຂົ້າ. ລັດຖະບານໄດ້ອກແຈ້ງການງົດການນຳເຂົ້າໝູ ແລະ ຜະລິດຕະພັນໝູຈາກຈີນ ແລະ ຫວຽດນາມ, ແຕ່ວ່າຜູ້ບໍລິໂພກຫຼາຍຄົນກໍໄດ້ຕັດສິນໃຈງົດກິນຊິ້ນໝູ ຈົນກວ່າຈະມີການຄວບຄຸມການແຜ່ລະບາດຂອງພະຍາດໃນປະເທດເພື່ອນບ້ານ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລັດຖະບານລາວຮ່າງມາດຕະການປ້ອງກັນໄຂ້ຫວັດໝູ

ວຽງຈັນ, 22 ມີນາ (ຊິນຫົວ) — ລັດຖະບານລາວໄດ້ສ້າງມາດຕະການກະກຽມ ແລະ ສະກັດກັ້ນເພື່ອຮັບມືກັບການລະບາດຂອງພະຍາດໄຂ້ຫວັດໝູໃນປະເທດເພື່ອນບ້ານ ແລະ ຄວາມສ່ຽງໃນການແຜ່ລະບາດທີ່ອາດເກີດຂຶ້ນ, ໂດຍສະເພາະໃນພື້ນທີ່ຊາຍແດນລາວ, ຕາມການລາຍງານຂອງໜັງສືພິມທ້ອງຖິ່ນ ວຽງຈັນທາມສ໌.ກະຊວງກະສິກຳ ແລະ ປ່າໄມ້ັກໍໄດ້ອອກແຈ້ງການຫ້າມການນຳເຂົ້າໝູ ແລະ ຜະລິດຕະພັນໝູ.ອ່ານຕໍ່ ...

ໂຕະຂ່າວ

ກຸ່ມຊາວຈິນຕົກລົງດຳເນີນບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການຈັດຊື້ໝາກໄມ້ລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊື້ຈາກແຂວງສີສວນ ປະເທດຈີນຄາດວ່າຈະນຳເຂົ້າໝາກໄມ້ຈາກລາວເຖິງ 50 ໂຕນຕໍ່ປີ, ເຊິ່ງລວມມີ ໝາກກ້ວຍ, ໝາກນັດ, ແລະ ໜາກນ໋ອດ.ທຸລະກິດລາວ ແລະ ຈີນ ໄດ້ຕົກລົງສືບຕໍ່ການຮ່ວມມີໃນການເຮັດບົດວິເຄາະຄວາມເປັນໄປໄດ້ກ່ຽວກັບການສົ່ງອອກຜະລິດຕະພັນກະສິກຳໄປປະເທດຈີນ, ເຊິ່ງຊ່ວຍສົ່ງເສີມໃຫ້ຊາວກະສິກອນລາວສາມາດຈຳໜ່າຍສິນຄ້າກະເສດສີຂຽວ ແລະ ສະອາດ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DLCcB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!