News
Makerbox ກາຍເປັນສະຖານທີ່ປະດິດສ້າງຂອງຊຸມຊົນສາທາລະນະແຫ່ງທຳອິດໃນລາວ
The Makerbox Lao (MBL) ໝາຍເຖິງ “ພື້ນທີ່ຜູ້ຜະລິດ” ຊຶ່ງເປັນແຫ່ງທຳອິດໃນລາວ, ໂດຍເຮັດໃຫ້ສະມາຊິກ ແລະ ນັກທ່ອງທ່ຽວສາມາດເພີດເພີນໄປກັບພື້ນທີ່ເຮັດວຽກຮ່ວມກັນ, ລວມທັງສິ່ງອໍານວຍຄວາມສະດວກທີ່ທັນສະໄໝສຳລັບການທົດລອງ ແລະ ການຄົ້ນພົບກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ, ສິລະປະ ແລະ ຄະນິດສາດ. ສະຖານທີ່ດັ່ງກ່າວຈະກາຍເປັນບ່ອນຈັດກອງປະຊຸມສຳມະນາໃຫ້ແກ່ບັນດານັກວິຊາຊີບ, ຜູ້ມັກ ແລະ ສະມາຊິກທີ່ມີຄວາມສົນໃຈ ເພື່ອໄດ້ປະສົບການໃນຫຼາຍໆຫົວຂໍ້ ເປັນຕົ້ນໄອທີ ຈົນເຖິງ ສິລະປະ ແລະ ຫັດຖະກຳ, ໂດຍມີນັກວາທະສິນທັງຈາກລາວ ແລະ ຕ່າງປະເທດ.ອ່ານເພິ່ມເຕີມ ...
ລາວຊຽນທາມສ໌
ໂທລາວ, ລາວໂທລະຄົມຊ່ວຍໃນການສ້າງທຸລະກິດໄລຍະເລີ່ມຕົ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໂທລາວ, ຮ່ວມກັບບໍລິສັດລາວໂທລະຄົມຈຳກັດມະຫາຊົນ (ລາວໂທລະຄົມ) ໄດ້ຮ່ວມຈັດຕັ້ງວິສາຫະກິດເພື່ອແນໃສ່ຊ່ວຍເຫຼືອຜູ້ປະກອບການໜຸ່ມລາວ, ຜູ້ເລີ່ມຕົ້ນ ໃນການນຳໃຊ້ເທັກໂນໂລຢີດິຈິຕອລ໌ເພື່ອສ້າງທ່າແຮງສູງສຸດໃນການດຳເນີນທຸລະກິດຂອງເຂົາເຈົ້າ.ທັງສອງບໍລິສັດຄາດວ່າ ການດຳເນີນການດັ່ງກ່າວວ່າຈະເພີ່ມຍອດໃນການນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ. ທັງເຊື່ອວ່ານະວັດຕະກຳ ແລະ ການສ້າງສັນຂອງນັກທຸລະກິດໜຸ່ມຈະຊ່ວຍສົ່ງເສີມການພັດທະນາດ້ານເສດຖະກິດຂອງຊາດ.ອ່ານຕໍ່ ...
ໂຕະຂ່າວ