News
ນະຄອນຫຼວງວຽງຈັນເຊັນສັນຍາປິດໂຄງການປ້ອງກັນນໍ້າຖ້ວມ ແລະ ສວນສາທາລະນະ
ໂຄງການປ້ອງກັນນໍ້າຖ້ວມຕາມລໍາແມ່ນໍ້າຂອງໃນນະຄອນຫຼວງວຽງຈັນ ໄລຍະທີສອງ ແມ່ນຈະເລີ່ມຂຶ້ນໃນເດືອນໜ້າ. ການປັກຫຼັກໝາຍເລກດ້ວຍຄວາມຍາວ 8 ກິໂລແມັດ ຈະເລີ່ມຢູ່ເມືອງສີສັດຕະນາກ ແລະ ສືບຕໍ່ເຂົ້າໄປໃນເມືອງຫາດຊາຍຟອງ ແລະ ຈະມີສວນສາທາລະນະທີ່ຈະສ້າງຂຶ້ນໃນໄລຍະສຸດທ້າຍຂອງໂຄງການ. ທ່ານຫົວໜ້າກົມໂຍທາທິການ ແລະ ຂົນສົ່ງນະຄອນຫຼວງກ່າວຕື່ມວ່າ: ການກໍ່ສ້າງໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກສ.ເກົາຫຼີ ແລະ ລັດຖະບານລາວ, ໃນມູນຄ່າຫຼາຍກວ່າ 67.5 ລ້ານໂດລາສະຫະລັດ, ຈະເລີ່ມຕົ້ນໃນເດືອນຕຸລາ 2021 ແລະ ຈະໃຫ້ສຳເລັດພາຍໃນ 48 ເດືອນ. ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ບໍລິສັດໄຟຟ້າເກົາຫຼີໃຕ້ໃຫ້ການຊ່ວຍເຫຼືອໂຮງຮຽນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປີ
ວຽງຈັນ (ວຽງຈັນທາມສ໌/ANN) – ບິນຄ່າກະແສໄຟຟ້າຂອງໂຮງຮຽນມັດທະຍົມສະໜາມໄຊ ເມືອງສະໜາມໄຊ ແຂວງອັດຕະປື ຈະຖືກລົງ ຍ້ອນການຊ່ວຍເຫຼືອຈາກບໍລິສັດພະລັງງານເກົາຫຼີຕາເວັນຕົກ (KOWEPO) ທີ່ໄດ້ທຳການຕິດຕັ້ງພະລັງງານແສງອາທິດໃຫ້ແກ່ໂຮງຮຽນ.ບໍລິສັດດັ່ງກ່າວໄດ້ຕົກລົງໃຫ້ການຊ່ວຍເຫຼືອໂຮງຮຽນ ຫຼັງຈາກທີ່ເມືອງສະໜາມໄຊໄດ້ປະສົບກັບໄພນ້ຳຖ້ວມກະທັນຫັນໃນປີກາຍນີ້, ເຮັດໃຫ້ຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ ທັງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.ອ່ານຕໍ່ ...