News
ນະຄອນຫຼວງວຽງຈັນເຊັນສັນຍາປິດໂຄງການປ້ອງກັນນໍ້າຖ້ວມ ແລະ ສວນສາທາລະນະ
ໂຄງການປ້ອງກັນນໍ້າຖ້ວມຕາມລໍາແມ່ນໍ້າຂອງໃນນະຄອນຫຼວງວຽງຈັນ ໄລຍະທີສອງ ແມ່ນຈະເລີ່ມຂຶ້ນໃນເດືອນໜ້າ. ການປັກຫຼັກໝາຍເລກດ້ວຍຄວາມຍາວ 8 ກິໂລແມັດ ຈະເລີ່ມຢູ່ເມືອງສີສັດຕະນາກ ແລະ ສືບຕໍ່ເຂົ້າໄປໃນເມືອງຫາດຊາຍຟອງ ແລະ ຈະມີສວນສາທາລະນະທີ່ຈະສ້າງຂຶ້ນໃນໄລຍະສຸດທ້າຍຂອງໂຄງການ. ທ່ານຫົວໜ້າກົມໂຍທາທິການ ແລະ ຂົນສົ່ງນະຄອນຫຼວງກ່າວຕື່ມວ່າ: ການກໍ່ສ້າງໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກສ.ເກົາຫຼີ ແລະ ລັດຖະບານລາວ, ໃນມູນຄ່າຫຼາຍກວ່າ 67.5 ລ້ານໂດລາສະຫະລັດ, ຈະເລີ່ມຕົ້ນໃນເດືອນຕຸລາ 2021 ແລະ ຈະໃຫ້ສຳເລັດພາຍໃນ 48 ເດືອນ. ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ເກົາຫຼີໃຕ້ຊ່ວຍເຫຼືອໂຄງການສົ່ງເສີມການອ່ານໃນໂຮງຮຽນໃນລາວ
ເດັກນ້ອຍນັກຮຽນໃນນະຄອງຫຼວງວຽງຈັນ ແລະ ແຂວງໄຊຍະບູລີຈະໄດ້ຮັບການຊ່ວຍເຫຼືອເພີ່ມເຕີມກ່ຽວກັບການອ່ານ ພາຍໃຕ້ການຊ່ວຍເຫຼືອຂອງອົງການ Good Hands, ເຊິ່ງເປັນອົງການຈັດຕັ້ງເພື່ອການພັດທະນາສາກົນ ທີ່ມີສຳນັກງານໃຫຍ່ຢູ່ປະເທດສາທາລະນະລັດເກົາຫຼີ.ນັກຮຽນ ແລະ ຄູອາຈານຫຼາຍຮ້ອຍຄົນໃນເມືອງໄຊທານີ ແລະ ສັງທອງ ນະຄອນຫຼວງວຽງຈັນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະໄດ້ຮັບປະໂຫຍດຈາກໂຄງການສູນໄວໜຸ່ມ Good Hands ເພື່ອການພັດທະນາການສຶກສາໃນຊຸມຊົນ ໄລຍະ 3.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ