News
ຮອງນາຍົກກ່າວ, ພາລະກິດການຄົ້ນຫາທີ່ສະໜາມໄຊໄດ້ສິ້ນສຸດລົງ, ຂະນະທີ່ 31 ຄົນຍັງຄົງສູນຫາຍ
ຮອງນາຍົກລັດຖະມົນຕີຖະແຫຼງໃນວານນີ້ວ່າ ຍັງມີອີກ 31 ຄົນທີ່ຍັງຄົງບໍ່ພົບຮ່ອງຮອຍ ຕໍ່ກັບພາລະກິດການຄົ້ນຫາຜູ້ປະສົບໄພພິບັດນ້ຳຖ້ວມກະທັນຫັນ ໃນວັນທີ 23 ກໍລະກົດທີ່ຜ່ານມາ ຍ້ອນສັນເຂື່ອນແຕກ ທີີ່ເມືອງສະໜາມໄຊ ແຂວງອັດຕະປື.ອຳນາດການປົກຄອງທີ່ກ່ຽວຂ້ອງໄດ້ຕັດສິນໃຈຢຸດເຊົາການຄົ້ນຫາຢ່າງເປັນທາງການສຳລັບຜູ້ທີ່ຍັງສູນຫາຍຫຼັງ ພາຍຫຼັງທີ່ພົບວ່າພາລະກິດບໍ່ມີຄວາມຄືບໜ້າ ແລະ ບໍ່ສາມາດຢືນຢັນຜູ້ປະສົບໄພທີ່ສູນຫາຍມາໄດ້ໄລຍະໜຶ່ງ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລັດຖະບານຈະຢຸດພາລະກິດການຄົ້ນຫາຜູ້ສູນຫາຍທີ່ເມືອງສະໜາມໄຊ
ລັດຖະບານມີແຜນຢຸດພາລະກິດການຄົ້ນຫາຜູ້ສູນຫາຍ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງຍັງມີປະຊາຊົນຈຳນວນໜຶ່ງທີ່ຍັງຄົງສູນຫາຍ ຫຼັງຈາກເຫດໄພນ້ຳຖ້ວມກະທັນຫັນ ເນື່ອງຈາກສັນເຂື່ອນແຕກໃນພາກໃຕ້ຂອງລາວໃນເດືອນກໍລະກົດຜ່ານມາ.ປະຈຸບັນ ກຳລັງມີການກະກຽມຖະແຫຼງການຢ່າງເປັນທາງການໃນການຢຸດພາລະກິດການຄົ້ນຫາທີ່ດຳເນີນມາກວ່າສອງເດືອນ ແລະ ຄາດວ່າຈະເປີດເຜີຍຕໍ່ມວນຊົນໃນໄວໆນີ້.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ປະທານປະເທດກວດກາຄວາມຄືບໜ້າໃນການສ້າງທີ່ຢູ່ອາໄສຊົ່ວຄາວທີ່ອັດຕະປື
ການກໍ່ສ້າງອາຄານທີ່ພັກກຳລັງດຳເນີນການທີ່ບ້ານຫາດຍາວ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອເປັນທີ່ພັກອາໄສໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ຕ້ອງສູນເສຍທີ່ຢູ່ອາໄສ ຄາດວ່າຈະໃຫ້ສຳເລັດພາຍໃນ 20 ວັນນັບຈາກນີ້.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌