News
ໂຄງການເຂື່ອນໄຟຟ້ານໍ້າອູທີ່ພັດທະນາໂດຍບໍລິສັດຈີນຢູ່ລາວ ເລີ່ມດໍາເນີນການເຕັມຢ່າງຮູບແບບ
ພິທີໄດ້ຈັດຂື້ນໃນວັນອັງຄານ ເພື່ອທີ່ຈະລິເລີ່ມການຜະລິດພະລັງງານທັງໝົດທີ່ 7 ແຫ່ງຂອງໂຄງການເຂື່ອນໄຟຟ້ານ້ຳອູ ທີ່ພັດທະນາໂດຍບໍລິສັດກໍ່ສ້າງພະລັງງານຂອງຈີນ (PowerChina). ພິທີໄດ້ຈັດຂຶ້ນໂດຍຜ່ານການປະຊຸມທາງວິດີໂອຢູ່ທີ່ຫ້ອງການ PowerChina ຂອງປັກກິ່ງ, ສູນປະຕິບັດງານ ແລະ ບໍາລຸງຮັກສານໍ້າອູຢູ່ໃນແຂວງຫຼວງພະບາງ ແລະ ຢູ່ໂຮງງານໄຟຟ້ານໍ້າອູ ແຫ່ງທີ່ 7 ທາງພາກເໜືອທີ່ສຳເລັດແລ້ວວ່າງບໍ່ດົນນີ້. ໂຄງການນ້ຳອູດັ່ງກ່າວ ນອນໃນສາຂາທີ່ໃຫຍ່ທີ່ສຸດຂອງແມ່ນ້ຳຂອງໃນລາວ ຊຶ່ງໄດ້ຖືກພັດທະນາເປັນສອງໄລຍະ, ໂດຍມີຄວາມຈຸທັງໝົດ 1.272 ລ້ານກິໂລວັດ ແລະ ສາມາດແຈກຈ່າຍພະລັງງານການຜະລິດປະຈຳປີປະມານ 5 ຕື້ກິໂລວັດໂມງ.ໂຄງການນໍ້າອູ, ມີມູນຄ່າການລົງທຶນທັງທັງໝົດປະມານ 2,8 ຕື້ໂດລາຈາກບໍລິສັດຈີນ ແລະ ຈະຖືກໂອນໃຫ້ລັດຖະບານລາວຫຼັງຈາກດໍາເນີນການມາໄດ້ 29 ປີ.ສືບຕໍ່ອ່ານ ...
ແຫ່ງຂ່າວຊິນຫົວ
ໂຮງງານເຂື່ອນໄຟຟ້າຂອງລາວ ເລີ່ມຕົ້ນການປະຕິບັດການ
ໂຮງງານໄຟຟ້າຂະໜາດໃຫຍ່ທີ່ສ້າງຢູ່ລາວ ໄດ້ເລີ່ມຕົ້ນການດຳເນີນການເພື່ອທຸລະກິດ.ເຂື່ອນໄຟຟ້ານ້ຳງຽບ 1 ເຊິ່ງປະກອບດ້ວຍສອງສະຖານນີໄຟຟ້າ ມີກຳລັງການຜະລິດປະມານ 1.6 ຕື້ກິໂລວັດໂມງຕໍ່ປີ, ຕາມການເປີດເຜີຍຂອງບໍລິສັດພະລັງງານໄຟຟ້າຄັນໄຊຂອງຍີ່ປຸ່ນ ໃນວັນສຸກແລ້ວນີ້.ບໍລິສັດໄຟຟ້ານ້ຳງຽບ 1 ເຈົ້າຂອງເຂື່ອນໄຟຟ້າດັ່ງກ່າວ ຈະສະໜອງພະລັງງານໄຟຟ້າຈາກສາຖານນີໃຫຍ່ໃຫ່ແກ່ປະເທດໄທ, ສ່ວນອີກສະຖານນີໜຶ່ງແມ່ນສຳລັບຊົມໃຊ້ພາຍໃນລາວ, ເຊິ່ງທັງສອງມີອາຍຸການສຳປະທານ 27 ປີ, ຕາມການເປີດເຜີຍດັ່ງກ່າວ.ອ່ານຕໍ່ ...
KYODO NEWS
https://www.bangkokpost.com/business/1746264/laos-hydropower-plant-begins-operation