News
ຕົວເມືອງເລັ່ງມືໃນການວາງແຜນຜັງເມືອງ
ຄະນະລັດຖະບານໄດ້ອອກຄຳສັ່ງໃຫ້ອຳນາດການປົກຄອງນະຄອນຫຼວງວຽງຈັນ ເລັ່ງມືໃນການຈັດສັນເຂດສຳລັບການພັດທະນາໃນພື້ນທີ່ຕ່າງໆໃນນະຄອນຫຼວງ ເພື່ອຄວາມເປັນລະບຽບຮຽບຮ້ອຍໃນການຄຸ້ມຄອງຕົວເມືອງອັນເປັນສູນກາງຂອງປະເທດ.ໃນກອງປະຊຸມສື່ມວນຊົນພາຍຫຼັງກອງປະຊຸມປະຈຳເດືອນຂອງລັດຖະບານໃນທ້າຍເດືອນກຸມພາປີນີ້, ທ່ານ ຈະເລີນ ເຢຍເປົາເຮີ ກ່າວວ່າຄະນະລັດຖະບານໄດ້ຊຸກຍູ້ໃຫ້ອຳນາດການປົກຄອງນະຄອນຫຼວງເລັ່ງມືເອົາໃຈໃສ່ໃນການຈັດສັນເຂດຕົວເມືອງ.ຕົວເມືອງຄວນປະກອບດ້ວຍການຈັດແບ່ງເຂດສຳລັບການກະສິກຳ, ເຂດອະນຸລັກ, ເຂດສຳນັກງານ, ເຂດອຸດສາຫະກຳ, ແລະ ເຂດເສດຖະກິດພິເສດ.ອ່ານຕໍ່ ...
ເອກະພອນ ພູທອນສີ
![](https://laos.pp.opendevelopmentmekong.net/wp-content/plugins/wp-odm_user_feedback/images/right-circular.png)