News
ລາວມີໂອກາດໄດ້ຮັບຜົນປະໂຫຍດຈາກການຂາດແຄນພະລັງງານຂອງໄທ
ທ່ານ ກຸສິດ ສົມບັດສິລິ, ເລຂາທິການຖາວອນຂອງກະຊວງພະລັງງານ, ໄດ້ແຈ້ງໃຫ້ຊາບວ່າການເພີ່ມຂຶ້ນຂອງລາຄາຂອງອາຍແກັສທໍາມະຊາດແຫຼວ (LNG) ແລະ ເງິນບາດທີ່ອ່ອນເພຍອາດຈະສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍພະລັງງານໃນປີຫນ້າ. ຫ້ອງການນະໂຍບາຍ ແລະແຜນການພະລັງງານ (EPPO) ໄດ້ພົບປະກັບນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ໃນວັນຈັນຜ່ານມາ ເພື່ອປຶກສາຫາລືກ່ຽວກັບມາດຕະການທີ່ເປັນໄປໄດ້ ເພື່ອຮັບມືກັບວິກິດການນີ້.ປະມານ 10 ມາດຕະການ ໄດ້ຖືກປຶກສາຫາລື ໃນກອງປະຊຸມ ແລະ ນຶ່ງໃນຂັ້ນຕອນ ຕົ້ນຕໍ ລວມມີການຊອກຄົ້ນຫາ ແຫລ່ງພະລັງງານເພີ່ມເຕີມ ຈາກເຂື່ອນໄຟຟ້ານໍ້າຕົກໃນປະເທດ ເພື່ອນບ້ານເຊັ່ນປະເທດລາວ.ອ່ານເພິ່ມເຕີມ ...
Amrita Paul
ບໍລິສັດໄຟຟ້າລາວ, ໄທ ຕົກລົງກ່ຽວກັບອັດຕາຄ່າໄຟຟ້າໃໝ່
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄຟຟ້າລາວ (EDL) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ຕົກລົງກ່ຽວກັບອັດຕາພາສີໄຟຟ້າ ເຊິ່ງຈະເລີ່ມນຳໃຊ້ລະຫວ່າງສອງອົງກອນໃນຕົ້ນເດືອນໜ້າ.ຕາມຂໍ້ຕົກລົງການຈັດຊື້ພະລັງງານສະບັບໃໝ່ (PPA), ເຊິ່ງສອງອົງກອນຈະຈັດຕັ້ງປະຕິບັດນັບແຕ່ວັນທີ 1 ເມສານີ້, EGAT ຕົກລົງຊື້ໄຟຟ້າຈາກ EDL ໃນອັດຕາ 1.8 ບາດຕໍ່ກິໂລວັດໂມງ (ຫົວໜ່ວຍ) ໃນຊົ່ວໂມງທີ່ມີການນຳໃຊ້ສູງ ແລະ 1.53 ບາດຕໍ່ຫົວໜ່ວຍໃນຊົ່ວໂມງທີ່ມີການນຳໃຊ້ປົກກະຕິ, ຕາມໜັງສືພິມບາງກອກໂພສ໌ອອນໄລ ໃນອາທິດນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ