News
ສປປ ລາວ ຈະຕັດໃຫ້ບໍລິການເບີທີ່ບໍ່ໄດ້ລົງທະບຽນເລກໝາຍໂທລະສັບໃນເດືອນທັນວານີ້
(ລາວຊຽນທາມ) ສປປ ລາວ ເລີ່ມຕັດໃຫ້ບໍໍລິການເລກໝາຍໂທລະສັບທີ່ບໍ່ໄດ້ລົງທະບຽນເລກໝາຍພາຍຍໃນເດືອນນີ້ ໂດຍສອດຄ່ອງກັບແຈ້ງການໃນເດືອນກໍລະກົດຜ່ານມານັ້ນ. ອີງຕາມການແຈ້ງເຕືອນຈາກກະຊວງໄປຊະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທຸກເລກໝາຍໂທລະສັບຈະຕ້ອງໄດ້ຮັບການລົງທະບຽນຢ່າງຖືກຕ້ອງ ຖ້າບໍ່ດັ່ງນັ້ນກໍຈະຖືກຕັດໃນທ້າຍປີນີ້. ນັບຕັ້ງແຕ່ວັນທີ 1 ກໍລະກົດ – 30 ພະຈິກ, ທຸກໆເລກໝາຍໂທລະສັບແມ່ນໄດ້ຮັບການລົງທະບຽນຢ່າງຖືກຕ້ອງ ແລະ ທຸກເລກໝາຍໃໝ່ແມ່ນຈະບໍ່ສາມາດນຳໃຊ້ຖ້າບໍ່ໄດ້ຮັບການລົງທະບຽນ. ອ່ານເພິ່ມເຕີມ.. ...
Phayboune Thanabouasy
ລາວໂທລະຄົມ ເປີດໂຕການບໍລິການ ຊິມ ອິເລັກໂທຣນິກ ຄັ້ງທຳອິດໃນປະເທດ
ລາວໂທລະຄົມ ໄດ້ມີການເປີດໂຕການບໍລິການ ຊິມ ອິເລັກໂທຣນິກ ຄັ້ງທຳອິດໃນປະເທດລາວ ໂດຍຮ່ວມມືກັບບໍລິສັດ 10T Tech, ບໍລິສັດບໍລິການ eSIM ໃນຮ່ອງກົງ.ການບໍລິການດັ່ງກ່າວຈະຊ່ວຍໃຫ້ຜູ້ນຳໃຊ້ໂທລະສັບມືຖື ທີ່ນຳໃຊ້ເຄື່ອງໄອໂຟນ ແລະ ໄອແພັດ ແລະ Google Pixel 3a ແລະ 4 ສາມາດຂຶ້ນທະບຽນສຳລັບແຜນມືຖືແບບຈ່າຍລ່ວງໜ້າ ແລະ ແບບລາຍເດືອນ ດ້ວຍການເຂົ້າໄປສູນບໍລິການໃກ້ບ້ານ ເພື່ອດາວໂຫຼດ ແລະ ເປີດນຳໃຊ້ບໍລິການ eSIM, ຕາມບົດຂ່າວຈາກ 10T Tech.ອ່ານຕໍ່ ...
Taejun Kang