News
BCEL ເປີດຕົວບັດເຄຣດິດ Mastercard ແລະ ບັດ prepaid Mastercard ທີ່ສາມາດນຳໃຊ້ໃນທົ່ວໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ (BCEL) ມະຫາຊົນ ໄດ້ເປີດຕົວບັດເດບິດແບບຈ່າຍລ່ວງໜ້າ ແລະ ບັດເຄຣດິດຢ່າງເປັນທາງການ ພາຍໃຕ້ຍີ້ຫໍ້ BCEL World Mastercard ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການທ່ອງທ່ຽວ ແລະ ຊື້ເຄື່ອງຂອງຄົນລາວ ດ້ວຍທາງເລືອກທີ່ປອດໄພ ແລະ ດີກວ່າການນຳໃຊ້ເງິນສົດ ທັງສະດວກຕໍ່ການເຂົ້າເຖິງຂອງທຸກຄົນ.ພິທີເປີດຕົວຜະລິດຕະພັນບັດ BCEL World Mastercard Credit Card ແລະ BCEL Prepaid Mastercard ໄດ້ມີຂຶ້ນທີ່ວຽງຈັນ ໃນວັນສຸກຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ບຸນເຫຼືອ ສີໄຊວໍລະວົງ ຫົວໜ້າກົມນະໂຍບາຍ ແລະ ນິຕິກຳການເງິນພາຍໃຕ້ກະຊວງການເງິນ ແລະ ປະທານຄະນະອຳນວຍການ BCEL.ອ່ານຕໍ່ ...
ໂຕະຂ່າວ