News
ຍີ່ປຸ່ນຊ່ວຍເຫຼືອການຍົກລະດັບລະບົບນ້ຳປະປາຢູ່ແຂວງຫຼວງພະບາງ
ລັດຖະບານຍີ່ປຸ່ນໄດ້ຕົກລົງໃຫ້ທຶນຊ່ວຍເຫຼືອ 97 ລ້ານເຢັນ (US$880,201 ໂດລາ) ໃນການຂະຫຍາຍລະບົບນ້ຳປະປາໃນຕົວເມືອງຫຼວງພະບາງ.ໂຄງການດັ່ງກ່າວຈະດຳເນີນແຕ່ວັນທີ 1 ມິຖຸນາ 2019 ເຖິງ 10 ຕຸລາ 2020.ໃນວັນອັງຄານຜ່ານມາ ອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນປະຈຳລາວ ໄດ້ລົງນາມໃນຂໍ້ຕົກລົງກັບກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການປັບປຸງລະບົບນ້ຳປະປາ ເພື່ອຮັບປະກັນການສະໜອງນ້ຳສະອາດທີ່ພຽງພໍສຳລັບຕົວເມືອງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌