News
ປະເທດລາວຈະສ້າງໂຮງງານໄຟຟ້າຖ່ານຫີນສອງແຫ່ງຢູ່ແຂວງເຊກອງ
ປະເທດລາວ ຈະສ້າງໂຮງງານໄຟຟ້າຖ່ານຫີນສອງແຫ່ງຢູ່ທາງພາກໃຕ້ຂອງລາວ ໂດຍມີຈຸດປະສົງເພື່ອການສົ່ງໄຟຟ້າອອກຂາຍໃຫ້ປະເທດກຳປູເຈຍ. ວຽງຈັນທາມສ໌ ໄດ້ລາຍງານວ່າການສ້າງໂຮງໄຟຟ້າຖ່ານຫີນສອງແຫ່ງດັ່ງກ່າວ ແມ່ນຈະເລິ່ມຕົ້ນຂື້ນໃນທ້າຍປີຢູ່ທີ່ແຂວງຊຽງຂວາງ ຊຶ່ງຈະໄດ້ເຮັດໃນຮູບແບບອອນລາຍ ແລະ ເລິ່ມສົ່ງພະລັງງານໃຫ້ປະເທດກຳປູເຈຍໃນປີ 2025. ອ່ານຕໍ່ ...
ລັດສະໝີ ພອນວິໄລ
ຂໍ້ຕົກລົງກ່ຽວກັບໄຟຟ້າພະລັງຖ່ານຫີນລະຫວ່າງກຳປູເຈຍ-ລາວ ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມ
ພາຍໃຕ້ແຜນການຂະຫຍາຍຕາຂ່າຍໄຟຟ້າລະຫວ່າງຊາຍແດນໃນພາກພື້ນ, ປະເທດລາວພວມເລັ່ງໃສ່ການຂະຫຍາຍການສົ່ງອອກໄຟຟ້າຈາກເຂື່ອນ ເພື່ອສ້າງລາຍຮັບເຂົ້າປະເທດ. ແຕ່ວ່າຂໍ້ຕົກລົງຫຼ້າສຸດໃນການຂາຍໄຟຟ້າພະລັງຖ່ານຫີນຈາກລາວໃຫ້ແກ່ກຳປູເຈຍ ໄດ້ສ້າງຄວາມກັງວົນທາງດ້ານສິ່ງແວດລ້ອມຕໍ່ກັບການຄ້າຂາຍດັ່ງກ່າວ.ໃນເດືອນທີ່ຜ່ານມາ, ລັດວິສາຫະກິດໄຟຟ້າແຫ່ງປະເທດກຳປູເຈຍ ໄດ້ລົງນາມໃນຂໍ້ຕົກລົງຮັບຊື້ໄຟຟ້າພະລັງຖ່ານຫີນໄລຍະ 30 ປີ ຈາກສອງບໍລິສັດ ເຊິ່ງມີກຳລັງໄຟຟ້າລວມ 2,400 ເມກາວັດ ຢູ່ແຂວງເຊກອງຂອງລາວ.ສອງບໍລິສັດດັ່ງກ່າວໄດ້ແກ່ – ບໍລິສັດພະລັງງານຄວາມຮ້ອນແຂວງເຊກອງ ຈຳກັດ ແລະ ບໍລິສັດພະລັງງານ ແລະ ບໍ່ແຮ່ TSBP ເຊກອງຈຳກັດ – ຈະເລີ່ມສະໜອງພະລັງງານໄຟຟ້າຕັ້ງແຕ່ປີ 2024 ເປັນຕົ້ນໄປ.ປະເທດກຳປູເຈຍ ຕ້ອງການຮັກສາທ່າແຮງໃນຖານະເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງທີ່ສຸດໃນພາກພື້ນອາຊຽນ, ລວມທັງເປັນປະເທດທີ່ມີອັດຕາຄ່າໄຟຟ້າສູງທີ່ສຸດໃນພາກພື້ນ.ອ່ານຕໍ່ ...
THE STRAITS TIMES (SINGAPORE)/ASIA NEWS NETWORK
https://www.phnompenhpost.com/business/cambodian-lao-coal-power-deal-environmental-worry