ອົງການຈັດຕັ້ງທາງສັງຄົມລາວ ຮ່ວມຝຶກອົບຮົມພັດທະນາທັກສະກ່ຽວກັບຂໍ້ມູນ (data visualization)
ທ່ານ ຈັນທາ ອ້ວນທະວົງສີ, ຜູ້ອຳນວຍການ ສະມາຄົມເພື່ອການອະນຸລັກສິ່ງແວດລ້ອມ ແລະ ພັດທະນາຊຸມຊົນ ໄດ້ນຳໃຊ້ທັກສະກ່ຽວກັບການຈັດສັນຂໍ້ມູນທີ່ໄດ້ຮັບຈາກການຝຶກອົບຮົມນັ້ນ ສົ່ງເພື່ອສົ່ງຕໍ່ໃຫ້ພະນັກງານໃນຂະແໜງການຂອງຕົນ.
“ຂ້ອຍໄດ້ຈັດການເຜີຍແຜ່ບົດຮຽນທີ່ໄດ້ຮັບຈາກການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ໃຫ້ບັນດາພະນັກງານຢູ່ໃນຫ້ອງການກ່ຽວກັບການນຳໃຊ້ເຄື່ອງມືຕ່າງໆເຊັ່ນ: Mapeo ເຂົ້າໃນຫຼາຍວຽກງານໂຄງການ”. Mapeo ເປັນເຄື່ອງມືແຜນທີ່ແບບ offline ເພື່ອນຳໃຊ້ໃນການບັນທຶກພາບຂໍ້ມູນອານາເຂດຢູ່ເຂດຫ່າງໄກສອກຫຼີກ.
“ເຄື່ອງມືດ້ານຂໍ້ມູນເຊັ່ນ Mapeo ແລະ Piktochart ຈະຫັນແບບແຜນການເຮັດວຽກກ່ຽວກັບວຽກງານສັງລວມ ແລະ ແບ່ງປັນຂໍ້ມູນກັບບັນດາຄູ່ຮ່ວມມື, ຜູ້ໃຫ້ທຶນ ແລະ ພາກລັດ” ລາວກ່າວຕື່ມອີກວ່າ. “ທັກສະຕ່າງໆທີ່ຮຽນມາຈະເຮັດໃຫ້ການນຳໃຊ້ຂໍ້ມູນເພື່ອພັດທະນາຊຸມຊົນຂອງພວກເຮົາຢ່າງເປັນໄປຢ່າງມີປະຊາທິປະໄຕ.”

ທ່ານ ນາງ ຂັນຄຳ ໄຊຍະລາດ, ຜູ້ຮ່ວມກໍຕັ້ງມູນນິທິເພື່ອຊ່ວຍເຫຼືອຄົນທຸກຍາກແຂວງຊຽງຂວາງ ໄດ້ອະທິບາຍກ່ຽວກັບຄວາມທ້າທາຍຫຼາຍຢ່າງໃນການປະຕິບັດວຽກງານຂອງຫົວໜ່ວຍສັງຄົມພົນລະເຮືອນລາວ ດ້ານການຮຽນຮູ້ເຕັກນິກໃໝ່ໆກ່ຽວກັບ data visualizations.
The East-West Management Institute (EWMI) ໄດ້ຈັດການຝຶກອົບຮົມກ່ຽວກັບການນຳໃຊ້ຂໍ້ມູນ (data literacy training) ໃຫ້ແກ່ບັນດາອົງການຈັດຕັ້ງທາງສັງຄົມ ໂດຍເນື້ອໃນການຝຶກແມ່ນໄດ້ພັດທະນາຈາກຫຼັກສູດຂອງທະນາຄານໂລກ (World Bank’s Data Literacy Certificate Program) ເພື່ອໃຫ້ແທດເໝາະກັບເງື່ອນໄຂສະພາບການເຮັດວຽກຕົວຈິງຂອງອົງການຈັດຕັ້ງທາງສັງຄົມລາວ ໂດຍການສະໜັບສະໜູນທາງດ້ານງົບປະມານຈາກສະຫະພາບເອຮົບ ໂດຍຜ່ານໂຄງການ the Voices for Mekong Forests. ຊຸດອົບຮົມດັ່ງກ່າວ ໄດ້ດຳເນີນຂື້ນເປັນໄລຍະເວລາ 3 ເດືອນ (ມັງກອນ-ມີນາ) ປີ 2021 ຊຶ່ງຜ່ານມາ ອົງການ EWMI ກໍໄດ້ຈັດຂື້ນເຊັ່ນດຽວກັນຢູ່ປະເທດກຳປູເຈຍ, ໄທ ແລະ ຫວຽດນາມໃນປີ 2020.

ທ່ານ ນາງ ສີມອນ ວິໄລພອນ, ພະນັກງານໂຄງການຈາກສະມາຄົມສົ່ງເສີມຄວາມຮູ້ ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ ກຳລັງນຳສະເໜີບົດໂຄງການກ່ຽວກັບການມີສ່ວນຮ່ວມຂອງຊຸມຊົນໃນການຄຸ້ມຄອງປ່າໄມ້ ຢູ່ບ້ານໂຄກຫຼວງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.

ທ່ານ ກົມແສງ ສີພາວັນ, ຫົວໜ້າໜ່ວຍງານກວດກາຂອງສະມາຄົມແມ່ຍິງຮ່ວມໃຈພັດທະນາ ກຳລັງແບ່ງປັນປະສົບການກ່ຽວກັບແຫຼ່ງຂໍ້ມູນຕ່າງໆທີ່ສາມາດນຳມາຊ່ວຍໃນການນຳສະເໜີໂຄງການ.
ທ່ານ ກົມແສງ ສີພາວັນ, ຫົວໜ້າໜ່ວຍງານກວດກາຂອງ ສະມາຄົມແມ່ຍິງຮ່ວມໃຈພັດທະນາ ໄດ້ຄົ້ນພົບເຄື່ອງມີໃໝ່ເພື່ອນຳມາຊ່ວຍໃນໂຄງການ ເພື່ອຊ່ວຍເຫຼືອແມ່ຍິງຊົນເຜົ່າສ້າງລາຍຮັບ ຢູ່ບ້ານຫ້ວຍຊາຍ, ແຂວງບໍ່ແກ້ວ.
“ຂ້າພະເຈົ້າ ປະທັບໃຈກ່ຽວກັບເຕັກນິກການນຳໃຊ້ spreadsheets ເພື່ອສ້າງເປັນຮູບພາບ ເພື່ອນຳສະເໜີສະພາບການຕົວຈິງຂອງບັນຫາ, ຕົວຢ່າງ ໂປແກມ Piktochart ຊ່ວຍໃນການປຽບທຽບ ແລະ ວິເຄາະປະລິມານການຜະລິດສິນຄ້າຂອງແມ່ຍິງຊຸມຊົນຂັ້ນບ້ານ ເພື່ອສະໜອງສະຫຼາດ”.
ທ່ານ ນາງ ພູສະຫວັນ ທອງປະເສີດ, ຮອງຜູ້ອຳນວຍການ ສະມາຄົມສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄ້ວາ ແລະ ພັດທະນາຊຸມຊົນ ໄດ້ກ່າວວ່າ: “ຂ້າພະເຈົ້າ ນຳໃຊ້ ເຄື່ອງມື Juxtapose ເພື່ອປຽບທຽບພາບຖ່າຍຈາກຫຼາຍປີຜ່ານມາ ກັບ ຮູບພາບໃນປັດຈຸບັນ ເພື່ອເຫັນພື່ນທີ່ປ່າໄມ້ທີ່ໄດ້ຮັບຄວາມເສຍຫາຍຢ່າງກ້ວາງຂວາງ ທັງນີ້ກໍເພື່ອເປັນການຮຽກຮ້ອງໃຫ້ສັງຄົມເອົາໃຈໃສ່ຕໍ່ບັນຫາ ແລະ ປະກອບເຂົ້າໃນດ້ານການພັດທະນານະໂຍບາຍຕ່າງໆ ຕໍ່ວຽກງານການຄຸ້ມຄອງປ່າໄມ້.

ທ່ານ ນາງ ພູສະຫວັນ ທອງປະເສີດ, ຮອງຜູ້ອຳນວຍການ ສະມາຄົມສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄ້ວາ ແລະ ພັດທະນາຊຸມຊົນ ກຳລັງສະແດງຄຳເຫັນຕໍ່ data visualizations ໃນລະຫວ່າງການເຮັດກິດຈະກຳຮວມໝູ່.
ທ່ານ ຄຳແພງ ປ້ອງຄຳ, ພະນັກງານຈາກ ສະມາຄົມຊີວະນານາພັນລາວ ໄດ້ປະທັບກ່ຽວກັບຄວາມຮູ້ໃໝ່ທີ່ໄດ້ຮັບຈາກການຝຶກອົບຮົມ ກ່ຽວກັບບັນຫາຄວາມປອດໄພທາງໄອທີ.
“ຂ້າພະເຈົ້າໄດ້ຮຽນໃໝ່ກ່ຽວກັບບັນຫາຄວາມປອດໄພທາງດີຈິຕອນ ຊຶ່ງເປັນບັນຫາທີ່ສຳຄັນຫຼາຍໃນຊີວິດປະຈຳວັນ ເພາະພວກເຮົາລ້ວນແລ້ວແຕ່ໄດ້ນຳໃຊ້ຂໍ້ມູນຢູ່ໃນອົງການ ໂດຍເປັນສິ່ງຈຳເປັນທີ່ຕ້ອງໄດ້ຄຳນຶງເຖິງການຄຸ້ມຄອງ ແລະ ປ້ອງກັນຄວາມສ່ຽງຕ່າງໆ”
ການຝຶກອົບຮົມຄັ້ງນີ້, ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ປັບປຸງທັກສະດ້ານການວິເຄາະຂໍ້ມູນ, ຄວາມປອດໄພດີຈີຕອນ ແລະ ການນຳໃຊ້ຂໍ້ມູນມາປະກອບການເລົ່າເລື່ອງ ເພື່ອແກ້ໄຂບັນຫາຢູ່ໃນສັງຄົມ ຮັບມືກັບສິ່ງທ້າທາຍຈາກສະພາບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງປ່າໄມ້ ປະກອບສ່ວນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.
#####
ອົງການ EWMI ສະໜັບສະໜູນ ວຽກງານຂອງ Open Development Initiative (ODI) ຂໍ້ມູນເປີດຢູ່ທົ່ວພາກພື້ນແມ່ນໍ້າຂອງ ເພື່ອແນໃສ່ການເຂົ້າເຖິງກາລະໂອກາດຢ່າງເທົ່າທຽມກັນ ເພື່ອສ້າງທັກສະການຮູ້ໃຫ້ແກ່ປະຊາຊົນທຸກຄົນ ໂດຍສະເພາະເພດຍິງ ແລະ ກຸ່ມຄົນດ້ອຍໂອກາດໃນພາກພື້ນ. EWMI ແລະ Recoftc ມີຈຸດປະສົງສົ່ງເສີມການພັດທະນາຄວາມສາມາດ ແລະ ຄວາມຮູ້ກ່ຽວກັບເຕັກໂນໂລຢີດີຈີຕອນໃຫ້ຫົວໜ່ວຍອົງການຈັດຕັ້ງສັງຄົມ ແລະ ການສ້າງຄວາມຮູ້ຄວາມສາມາດໃນຊຸມຊົນຂັ້ນຮາກຖານ.
ບົດຄວາມດັ່ງກ່າວ ໄດ້ດຳເນີນຂື້ນພາຍໃຕ້ການສະໜັບສະໜູນຈາກສະຫະພາບເອີຣົບ, ເນື້ອໃນທັງໝົດແມ່ນຄວາມຮັບຜິດຊອບຂອງ ODI ໂດຍບໍ່ໄດ້ສະແດງເຖິງທັດສະນະຂອງສະຫະພາບເອີຣົບຢ່າງໃດ.
ທ່ານສາມາດຊອກຮູ້ເພີ່ມເຕີມກ່ຽວກັບກິດຈະກຳອື່ນໆພາຍໃຕ້ໂຄງການ the EU-funded Voices for Mekong Forests.
ຂຽນໂດຍ ອະພິລົມ ວັນທານຸວົງ, ຜູ້ປະສານງານປະຈຳອົງການ East-West Management Institute (EWMI) ຮ່ວມກັບບັນດາເທີມງານສື່ສານ.