ເດິລາວທຽນທາມສ໌

ໂຮງແຮມແອັກຄໍສະໜັບສະໜູນວຽກງານບັນເທົາທຸກທີ່ອັດຕະປື

ເພື່ອເປັນການຊ່ວຍເຫຼືອໄພພິບັດເຂື່ອນແຕກທີ່ແຂວງອັດຕະປື,​ ໂຮງແຮມແອັກຄໍໄດ້ບໍລິຈາກເງິນຊ່ວຍເຫຼືອຈຳນວນ 10,000 ໂດລາສະຫະລັດ ໃຫ້ແກ່ອົງການກາແດງລາວເພື່ອສະໜັບສະໜູນພາລະກິດບັນເທົາທຸກໄພພິບັດ ແລະ ຊ່ວຍເຫຼືອກ່ຽວກັບມາດຕະການສຸກເສີນໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກໄພພິບັດເຂື່ອນແຕກ.ອ່ານຕໍ່ ...

ເດິລາວທຽນທາມສ໌

ເຊັນທາຣາຈະເປີດສາຂາໂຮງແຮມສາມແຫ່ງໃນລາວພາຍໃນ 2020

ເຊັນທາຣາ, ກຸ່ມບໍລິສັດບໍລິການແຖວໜ້າຂອງປະເທດໄທ, ນຳໂດຍທ່ານ ສຸດທິກຽດ ຈິຣາທິວັດ ປະທານຄະນະບໍລິຫານບໍລິສັດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ MOU ກັບບໍລິສັດການລົງທຶນ, ພັດທະນາ ແລະ ກໍ່ສ້າງອາຊີ ຈຳກັດ (AIDC), ບໍລິສັດການລົງທຶນ ແລະ ກໍ່ສ້າງໃນລາວ. ຂໍ້ຕົກລົງດັ່ງກ່າວເປັນການເລີ່ມຕົ້ນສຳລັບເຊັນທາຣາໃນການບັນລຸຂໍ້ຕົກລົງການບໍລິຫານສຳລັບການສ້າງໂຮງແຮມສາມແຫ່ງໃນລາວ ເຊິ່ງມີຫ້ອງພັກລວມກັນທັງໝົດ 214 ຫ້ອງ ທີ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວມໍລະດົກຫຼວງພະບາງ.ອ່ານຕໍ່ ...

ເດິລາວທຽນທາມສ໌

ກອງປະຊຸມຈີນ-ອາຊຽນທົບທວນການສ້າງທາງລົດໄຟຕັດຜ່ານພາກພື້ນ, ໂຄງການທາງສາຍໃໝ

ນັກເດີນທາງ, ນັກທ່ອງທ່ຽວ ແລະ ຜູ້ຢູ່ອາໄສໃນລາວ ສາມາດຂີ່ລົດໄຟເພື່ອເດີນທາງໄປຈຸດໝາຍທີ່ສຳຄັນຂອງປະເທດ ແລະ ເດີນທາງຕໍ່ໄປຍັງມົນທົນຢຸນນານຂອງຈີນ ແລະ ພາກອື່ນໆພາຍໃນທ້າຍປີ 2021 ແລະ ອາດເດີນທາງໄປທາງບາງກອກ, ຕາມການຫາລືໃນກອງປະຊຸມປຶກສາຫາລືຍຸດທະສາດຕົ້ນຕໍທີ່ປະເທດຈີນ.ໂຄງການດັ່ງກ່າວສຳເລັດແລ້ວ 40% ແລະ ເປັນໄປຕາມແຜນການ ຕາມການລາຍງານຂອງນັກຄົ້ນຄວ້າລະດັບສູງຈາກລາວໃນກອງປະຊຸມປຶກສາຫາລືຍຸດທະສາດ ທີ່ເມືອງໜານໜິງ ເນື່ອງໃນໂອກາດວັນຄົບຮອບການລິເລີ່ມໂຄງການທາງສາຍໃໝ, ເຊິ່ງເປັນໂຄງການພັດທະນາພື້ນຖານໂຄງລ່າງເສັ້ນທາງເຊື່ອມໂຍງທາງດ້ານການຄ້າໃນທົ່ວພາກພື້ນ ເຊິ່ງນຳໂດຍປະເທດຈີນ.ອ່ານຕໍ່ ...

ເດິລາວທຽນທາມສ໌

ຄົນຕ່າງປະເທດທີ່ແຕ່ງງານກັບພົນລະເມືອງລາວມີສິດໄດ້ຮັບວິຊາແຕ່ງງານ

ລັດຖະບານລາວຈະອອກວີຊາແຕ່ງງານ ສຳລັບຄົນຕ່າງປະເທດທີ່ແຕ່ງງານກັນຄົນລາວ ທີ່ມີໃບຢັ້ງຢືນການແຕ່ງງານທາງການຂອງລາວ.ອ່ານຕໍ່ ...

ອາດີເຄ ກຣຸບ

ນາຍົກລັດຖະມົນຕີຂອງລາວຢືນຢັນນະໂຍບາຍກ່ຽວກັບເຂື່ອນໄຟຟ້ານ້ຳຕົກໃນກອງປະຊຸມສະພາເສດຖະກິດໂລກວ່າດ້ວຍອາຊຽນ

ທ່ານ ທອງລຸນ ສີສຸລິດ ນາຍົກລາວໄດ້ກ່າວຢືນຢັນຕໍ່ຄະນະຜູ້ແທນຈາກພາກພື້ນອາຊຽນ ແລະ ທົ່ວໂລກ ທີ່ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມໃນວັນພຸດນີ້ວ່າ ຊ່ຽວຊານຈາກສາກົນຍັງຄົງສືບຕໍ່ພາລະກິດການສືບສວນສອບສວນຄຽງຄູ່ກັບເຈົ້າໜ້າທີ່ລາວ ກ່ຽວກັບສາເຫດການພັງຂອງສັນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍລະກົດ ທີ່ແຂວງອັດຕະປື.ອ່ານຕໍ່ ...

ເດິລາວທຽນທາມສ໌

ນັກຮຽນທີ່ເມືອງສະໜາມໄຊຄາດຈະໃຫ້ກັບເຂົ້າຮຽນພາຍໃນເດືອນກັນຍານີ້

ນ້ອງນັກຮຽນໃນທົ່ວປະເທດກຳລັງກັບເຂົ້າສູ່ການສຶກສາຮ່ຳຮຽນຕາມກຳນົດການ ແຕ່ວ່າເດັກນັກຮຽນທີ່ເມືອງສະໜາມໄຊ ແຂວງອັດຕະປື ພັດຜະເຊີນກັບອຸປະສັກຫຼາຍຢ່າງໃນການກັບສູ່ກິດຈະກຳການສຶກສາຕາມແຜນ.ອ່ານຕໍ່ ...

ເດິລາວທຽນທາມສ໌

ເອເອັນແຊັດລາວຈັດເວທີສຳມະນາກ່ຽວກັບອາຫານ, ເຄື່ອງດື່ມ ແລະ ການກະເສດ

ການປັບປຸງດ້ານການຂົນສົ່ງ ແລະ ການຂົນສົ່ງສິນຄ້າພາຍໃນ-ລະຫວ່າງຊາຍແດນ ບວກກັບຄວາມຮຽກຮ້ອງຕ້ອງການອັນກວ້າງຂວາງ ແລະ ເລິກເຊິ່ງຕໍ່ຜັກ ແລະ ໝາກໄມ້ສົດທີ່ສະອາດໃນປະເທດເພື່ອບ້ານຄືຈີນ ແລະ ລະຫວ່າງປະເທດທີ່ກຳລັງຂະຫຍາຍຕົວໃນອາຊີ ຈະສ້າງໂອກາດໃນການລົງທຶນທີ່ດີສຳລັບລາວ ຕາມຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ.ອ່ານຕໍ່  ...

ເດິລາວທຽນທາມສ໌

ທະນາຄານແຫ່ງລັດເຕືອນການນຳໃຊ້ສະກຸນເງິນອິເລັກໂທຣນິກຄຣິບໂຕ

ທະນາຄານແຫ່ງລັດໄດ້ອອກແຈ້ງການເຕືອນສາທາລະນະຊົນ ຕໍ່ການນຳໃຊ້ສະກຸນເງິນອິເລັກໂທຣນິກ ເຊັ່ນ ບິດຄອຍ, ​ເອເທີຣຽມ ແລະ ໄລທ໌ຄອຍ ເຊິ່ງເປັນສະກຸນເງິນທີ່ບໍ່ມີການຄຸ້ມຄອງ ແລະ ບໍ່ມີການຜູກມັດກັບຄັງສຳຮອງເງິນສົດຕົວຈິງໃດໆ.ອ່ານຕໍ່ ...

ເດິລາວທຽນທາມສ໌

ລາວເປັນປະເທດນ້ຳມັນແພງອັນດັບສອງໃນອາຊຽນ

ເຈົ້າໜ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ເປີດເຜີຍວ່າລາວເປັນປະເທດອັນດັບສອງໃນບັນດາປະເທດອາຊຽນທີ່ມີການຊື້ຂາຍນ້ຳມັນເຊື້ອໄຟໃນລາຄາແພງສຸດ.ອ່ານຕໍ່ ...

ເດິລາວທຽນທາມສ໌

ນ້ຳຖ້ວມຢູ່ກຳປູເຈຍບໍ່ໄດ້ມາຈາກເຂື່ອນແຕກໃນລາວ: ຄະນະກຳມາທິການແມ່ນ້ຳຂອງ

ຕາມບົດລາຍງານຂອງຄະນະກຳມາທິການແມ່ນ້ຳຂອງ ສະແດງໃຫ້ເຫັນວ່າ ກະແສນ້ຳທີ່ໄຫຼຖ້ວມຈາກເຂື່ອນລາວທີ່ແຕກນັ້ນ ບໍ່ໄດ້ສົ່ງຜົນກະທົບຕໍ່ກຳປູເຈຍຫຼາຍປານໃດ ຖ້າທຽບກັບປະລິມານນ້ຳຝົນທີ່ຕົກລົງມາ. ການວິເຄາະເບື້ອງຕົ້ນກ່ຽວກັບການເພີ່ມຂຶ້ນຂອງລະດັບນ້ຳທີ່ສະຕັງເຕຣັງ ອັນເນື່ອງມາຈາກເຂື່ອນແຕກແມ່ນມີພຽງ 20 ຊມ ທຽບກັບລະດັບນ້ຳປົກກະຕິ.ອ່ານຕໍ່ ...

MRC
http://www.mrcmekong.org/news-and-events/news/extent-of-flooding-and-water-level-rise-from-dam-break-in-southern-laos/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zWPRW
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!