ເດິລາວທຽນທາມສ໌

ຖ່າຍທອດສົດ: ກອງປະຊຸມໂຕະມົນທົບທວນການພັດທະນາໃນລາວອອກອາກາດທາງ ຢູທູບ (Youtube)

ເສັ້ນທາງອັນຍາວໄກໃນການພັດທະນາເສດຖະກິດສັງຄົມທີ່ເລິກເຊິ່ງເຖິງຖອງ ເພື່ອຜົນປະໂຫຍດຂອງປະຊາຊົນລາວທຸກຖ້ວນໜ້າຜ່ານຜ່າມາໄດ້ອີກໜຶ່ງໄລຍະ ຜ່ານການຈັດກອງປະຊຸມໂຕະມົນປະຈຳປີ 2018 ຂອງບັນດານັກສ້າງນະໂຍບາຍ, ຜູ້ມີສ່ວນຮ່ວມ ແລະ ຄູ່ຮ່ວມພັດທະນາເຊັ່ນອົງການສະຫະປະຊາຊາດ ໃນມື້ວານນີ້ ເຊິ່ງມີການຖ່າຍທອດຜ່ານທາງ ຢູທູບ YouTube.ອ່ານຕໍ່ ...

The Laotian Times

ພູພຽງບໍລະເວນ: ສະຫວັນຂອງຄົນມັກກາເຟ

ປາກເຊແມ່ນຈຸດເລີ່ມຕົ້ນທີ່ນິຍົມໃນການທ່ອງທ່ຽວພາກໃຕ້ຂອງລາວ ເນື່ອງຈາກເປັນຈຸດບໍລິການລົດເຊົ່າ ແລະ ບໍລິການການທ່ອງທ່ຽວ. ປາກເຊເປັນສູນລວມນັກທ່ອງທ່ຽວທີ່ພຽບພ້ອມໄປດ້ວຍຮ້ານອາຫານ ແລະ ຄາເຟຕ່າງໆ, ທັງມີບໍລິການນຳທ່ຽວເພື່ອໄປຢ້ຽມຊົມພູພຽງບໍລະເວນ ກໍຄືສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈອື່ນໆທາງພາກໃຕ້ຂອງລາວ.ອ່ານຕໍ່ ...

ເບັນຈາມິນ ບາຣຸສະກີ

ນາຍົກທອງລຸນສົ່ງເສີມຜະລິດຕະພັນລາວໃນງານວາງສະແດງສິນຄ້ານຳເຂົ້າສາກົນຂອງຈີນທີ່ຊຽງໄຮ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ເດີນທາງໄປເມືອງຊຽງໄຮເມືອງເອກທາງດ້ານເສດຖະກິດຂອງຈີນ ເພື່ອສົ່ງຜ່ານຂໍ້ຄວາມສົ່ງເສີມຜະລິດຕະພັນລາວໃນນາມຂອງນັກວາງນະໂຍບາຍ ແລະ ຜູ້ປະກອບການຂອງລາວ ເພື່ອຍົກສູງການສົ່ງເສີມການເຊື່ອມຕໍ່ ໄປສູ່ໜ້າຕະຫຼາດຜູ້ບໍລິໂພກທີ່ກວ້າງຂວາງ ໃນງານວາງສະແດງສິນຄ້ານຳເຂົ້າສາກົນຂອງຈີນ.ອ່ານຕໍ່ ...

ບັນນາທິການລາວທຽນທາມສ໌

ສາດາະດາຈານຈາກສະແຕນຟ໊ອດກ່າວ "ຂໍ້ມູນຈາກອາວະກາດຊີ້ຮ່ອງຮອຍສູ່ສາເຫດຂອງໄພພິບັດເຂື່ອນແຕກຄັ້ງໃຫຍ່ໃນລາວ"

ໄດ້ມີການນຳໃຊ້ຂໍ້ມູນພາບຖ່າຍຈາກດາວທຽມ ເພື່ອຕັ້ງຂໍ້ສົມມຸດຖານກ່ຽວກັບສາເຫດຂອງການແຕກຂອງສັນເຂື່ອນ D ຂອງໂຄງການເຂື່ອນໄຟຟ້ານ້ຳຕົົກເຊປຽນ-ເຊນ້ຳນ້ອຍ ທີ່ແຂວງອັດຕະປີ.ສາດສະດາຈານ ຣິຊາດ ມີຮັນ ຈາກມະຫາລິທະຍາໄລສະແຕນຟ໊ອດຂອງສະຫະລັດ ທີ່ປະຈຳຢູ່ບາງກອກກຳລັງທຳການສອບສວນຫາສາເຫດການແຕກຂອງເຂື່ອນດັ່ງກ່າວຈາກບາງກອກ ໂດຍນຳໃຊ້ເຕັກໂນໂລຊີອາວະກາດແບບໃໝ່, ຕາມການເປີດເຜີຍຂໍ້ມູນຜ່ານທາງເວັບໄຊຂອງສູນວິສະວະກຳແຜ່ນດິນໄຫວບລູມໃນວັນທີ 26 ຕຸລານີ້.ອ່ານຕໍ່  ...

ບັນນາທິການລາວທຽນທາມສ໌

ເດັກນ້ຳໜັກຫຼຸດຍັງເປັນອຸປະສັກຕໍ່ກັບການແກ້ໄຂບັນຫາດ້ານໂພຊະນາການກ່ອນກຳເນີດ

ບັນຫາດ້ານໂພຊະນາການຍັງຄົງເປັນອຸປະສັກໃນປະເທດກຳລັງພັດທະນາ ກໍ່ຄືປະເທດລາວ. ການທີ່ເດັກຈະເລີນເຕີບຕົວຊ້າ ແລະ ສົ່ງຜົນຕໍ່ຄວາມບົກພ່ອງທາງໂພຊະນາການໃນໄລຍະຍາວນີ້ຖ້າບໍ່ໄດ້ຮັບການແກ້ໄຂ ຈະສົ່ງຜົນ ແລະ ເປັນສາເຫດຂອງຄວາມທຸກຍາກໃນທ້ອງຖິ່ນຊົນນະບົດ ເຊັ່ນທີ່ເຊໂປນ ແຂວງສະຫວັນນະເຂດ.ອ່ານຕໍ່ ...

UNICEF

ການປັບປຸງການດຶງດູດນັກທ່ອງທ່ຽວ ແລະ ການບໍລິການຕົວເມືອງໃນລາວໄດ້ຮັບທຶນຊ່ວຍເຫຼືອ 125.5 ລ້ານໂດລາສະຫະລັດຈາກ ADB 

ການປັບປຸງຖະໜົນເພື່ອເຂົ້າເຖິງແຫຼ່ງທ່ອງທ່ຽວ, ການຍົກລະດັບລະບົບນ້ຳປະປາ ແລະ ຮ່ອງລະບາຍນ້ຳ ແມ່ນບັນດາຂົງເຂດວຽກງານທີ່ເປີດເຜີຍໃນການຖະແຫຼງຂ່າວກ່ຽວກັບທຶນຊ່ວຍເຫຼືອຈຳນວນ 125.5 ລ້ານໂດລາສະຫະລັດ ສຳລັບສາມໂຄງການໃນຂະແໜງການທ່ອງທ່ຽວ ແລະ ພັດທະນາຕົວເມືອງ ໂດຍທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານລາວ.ອ່ານຕໍ່ ...

ບັນນາທິການລາວທຽນທາມສ໌

ວັນຕ້ານການລົງໂທດປະຫານຊີວິດໂລກ: EU ໝາຍເຫດ "ການງົດການບັງຄັບໃຊ້ໃນທາງປະຕິບັດ" ໃນລາວ

ສະຫະພາບເອີຣົບ (EU) ໄດ້ຟື້ນຟູຄຳໝັ້ນສັນຍາໃນການເຮັດວຽກຮ່ວມກັບທຸກໆປະເທດ ລວມທັງປະເທດລາວ ເພື່ອສົ່ງເສີມບາດກ້າວໃນການໄປສູ່ການລົບລ້າງການລົງໂທດປະຫານຊີວິດ, ກໍຄືການດຳເນີນການລົງໂທດປະຫານຊີວິດຜູ້ກະທຳຄວາມຜິດທາງອາຍາໂດຍລັດຖະບານ.ອ່ານຕໍ່ ...

ລາວທຽນທາມສ໌

66 ຄົນທີ່ໂຊກດີລອດຊີວິດ? ປິດສາກການຄົ້ນຫາຜູ້ປະສົບໄພນ້ຳຖ້ວມທີ່ສູນຫາຍທີ່ອັດຕະປື

ໃນການລາຍງານສະຫຼຸບຕົວເລກ ຈາກສື່ຂ່າວສານຂອງລາວໃນວັນພະຫັດນີ້ ໃຫ້ຊາບວ່າ 66 ຜູ້ໂຊກດີ ພົບວ່າຍັງມີຊີວິດຢູ່, ຂະນະທີ່ຄະນະສະເພາະກິດໄພພິບັດຂອງລັດຖະບານລາວ ນຳໂດຍຮອງນາຍົກລັດຖະມົນຕີ ລາຍງານວ່າມີ 34 ຄົນແມ່ນຢືນຢັນວ່າເສຍຊີວິດ,​ 31 ຄົນຍັງຄົງສູນຫາຍ ແລະ ພົບອີກຫົກຄວາມເສຍຫາຍທີ່ເກີດຈາກໄພພິບັດຫຼັງນ້ຳຖ້ວມທີ່ແຂວງອັດຕະປື.ພາລະກິດການຄົ້ນຫາຜູ້ປະສົບໄພທີ່ຍັງຄົງຄ້າງ ຈາກໄພພິບັດສັນເຂື່ອນ D ເຊປຽນ-ເຊນ້ຳນ້ອຍແຕກ ໄດ້ສິ້ນສຸດລົງຢ່າງເປັນທາງການ, ພາຍໃຕ້ກອງປະຊຸມ ເຊິ່ງນຳໂດຍທ່ານສອນໄຊ ສີພັນດອນ ຮອງນາຍົກລັັດຖະມົນຕີຂອງລາວໃນວັນພະຫັດນີ້ ເພື່ອພິຈາລະນາຢັ້ງຢືນບົດລາຍງານ ແລະ ບົດຂ່າວຕໍ່ສື່ມວນຊົນ ກ່ຽວກັບການສູນເສຍຊີວິດຈາກເຫດໄພພິບັດນ້ຳຖ້ວມກະທັນຫັນໃນວັນທີ 23 ກໍລະກົດ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ລາວທຽນທາມສ໌

ຄາດໝາຍການຂະຫຍາຍຕົວຂອງເສດຖະກິດລາວປັບລົງເປັນ 6.6% ຍ້ອນຜົນຈາກໄພນ້ຳຖ້ວມ

ຜູ້ທີ່ຕິດຕາມຂ່າວສານກ່ຽວກັບໄພນ້ຳຖ້ວມໃນລາວ, ລວມເຖິງໄພພິບັດທີ່ກ່ຽວຂ້ອງກັບສະພາບອາກາດທີ່ຮຸນແຮງໃນພາກພື້ນ ແລະ ບັນຫາຄວາມຂັດແຍ່ງທາງດ້ານການຄ້າໃນທົ່ວໂລກ ຄົງຈະບໍ່ມີຄວາມສົງໄສໃນການປັບລົງເຊິ່ງເປົ້າໝາຍການຂະຫຍາຍຕົວດ້ານເສດຖະກິດຂອງລາວດັ່ງກ່າວ.ອ່ານຕໍ່ ...

ເດິລາວທຽນທາມສ໌

ການປະເມີນຄ່າຄວາມເສຍຫາຍ: ຄວາມຕ້ອງການດ້ານໄພພິບັດໃນລາວເພີ່ມສູງຂຶ້ນ ຕາມການປະເມີນຜົນກະທົບຂອງລັດຖະບານ, ສປຊ, ອີຢູ ແລະ ທະນາຄານໂລກ

ການສູນເສຍຊີວິດທີ່ເສົ້າສະຫຼົດ ແລະ ຜົນກະທົບໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ ຍ້ອນໄພພິບັດທີ່ເກີດຈາກການກະໜ່ຳຂອງພະຍຸຝົນ ແລະ ກະແສນ້ຳ ສະແດງໃຫ້ເຫັນຢ່າງຈະແຈ້ງວ່າປີ 2018 ເປັນປີທີ່ໜັກໜ່ວງ ແລະ ທ້າທາຍຕໍ່ປະຊາຊົນລາວ. ອ່ານຕໍ່ ...

ເດິລາວທຽນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

L9bCk
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!