ເດິລາວທຽນທາມສ໌

ເສົາສີຟ້າສຳລັບເຫດສຸກເສີນໃນວຽງຈັນຈະສະໜອງການບໍລິການເພື່ອຮອງຮັບເຫດສຸກເສີນແບບທັນສະພາບ

ເສົາສີຟ້າສຳລັບເຫດສຸກເສີນ ເຊິ່ງເລີ່ມມີການຕິດຕັ້ງໃນທົ່ວນະຄອນວຽງຈັນໃນຊ່ວງສອງສາມເດືອນຜ່ານມາ ແມ່ນຖືກອອກແບບເພື່ອໃຫ້ການບໍລິການແບບທັນສະພາບໃນພາວະສຸກເສີນ ແລະ ໃຫ້ການຊ່ວຍເຫຼືອຕາມແຕ່ລະຈຸດໃນກໍລະນີຈຳເປັນ, ຕາມທີ່ທາງສຳນັກ Laotian Times ໄດ້ຮູ້ມາ.ເມື່ອມີຜູ້ກົດປຸ່ມຢູ່ໃນເສົາ, ເຈົ້າໜ້າທີ່ຈາກສູນບໍລິການເຫດສຸກເສີນ ຈະມາຮັບສາຍເພື່ອໃຫ້ການຊ່ວຍເຫຼືອ. ເຈົ້າໜ້າທີ່ຈະສາມາດສົນທະນາກັນຜູ້ທີ່ໂທເຂົ້າມາ ແລະ ສາມາດເບິ່ງເຫັນຜູ້ໂທຜ່ານກ້ອງວົງຈອນປິດທີ່ຕິດຕັ້ງໄວ້.ອ່ານຕໍ່ ...

ໂຕະຂ່າວ Laotian Times
https://laotiantimes.com/2019/07/02/blue-emergency-polls-in-vientiane-to-provide-real-time-emergency-response-service/

ລາວເລີ່ມປາບປາມທຸລະກິດຕ່າງປະເທດທີ່ດຳເນີນການແບບຜິດກົດໝາຍ

ລາວຈະປາບປາມທຸລະກິດຂອງຕ່າງປະເທດທີ່ດຳເນີນການຢູ່ໃນລາວໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດທີ່ຖືກຕ້ອງ.ລັດຖະບານລາວໄດ້ເລີ່ມລົງກວດກາທຸລະກິດຂອງຕ່າງປະເທດ ເພື່ອຮັບປະກັນໃຫ້ສອງຄ່ອງຕາມລະບຽບກົດໝາຍ, ຕາມຄຳສັ່ງແນະນຳຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕາມການລາຍງານຂອງໜັງສືພິມວຽງຈັນທາມສ໌ໃນອາທິດແລ້ວນີ້.ເຈົ້າຂອງທຸລະກິດຕ່າງປະເທດອາດຖືກປັບໃໝເປັນຈຳນວນ 10 ລ້ານກີບ (ຫຼື USD 1,150 ໂດລາ) ຖ້າພົບວ່າມີການດຳເນີນການໂດຍບໍ່ມີໃບທະບຽນ ແລະ ໃບອະນຸຍາດດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ Laotian Times
https://laotiantimes.com/2019/07/02/laos-cracks-down-on-illegal-foreign-owned-businesses/

ແຂວງສາລະວັນມີໝູຕາຍຍ້ອນພະຍາດອະຫິວາໝູອາຟຣິກາເພີ່ມຂຶ້ນ

ແຂວງສາລະວັນທາງພາກໃຕ້ຂອງລາວມີຈຳນວນໝູຕາຍຍ້ອນພະຍາດອະຫິວາໝູອາຟຣິກາ (ASF) ເພີ່ມຂຶ້ນ. ຕົວເລກໝູຕາຍຫຼ້າສຸດຈາກອຳນາດການປົກຄອງທ້ອງຖິ່ນແມ່ນຢູ່ທີ່ 2,500 ໂຕ ຕາມສຳນັກຂ່າວວຽງຈັນທາມສ໌.ແຂວງດັ່ງກ່າວໄດ້ມີການຢືນຢັນການລະບາດຂອງພະຍາດ ASF ດັ່ງກ່າວໃນທ້າຍເດືອນແລ້ວນີ້, ເຊິ່ງມີເຈັດບ້ານທີ່ໄດ້ຮັບຜົນກະທົບ ເຮັດໃຫ້ມີສັດລ້ຽງລົ້ມຕາຍ 973 ໂຕ, ຕາມກະຊວງກະສິກຳ ແລະ ປ່າໄມ້ຂອງລາວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/01/salavanh-province-sees-increase-in-swine-fever-pig-deaths/

ລັດຮ່ວມມືກັບເວັບໄຊຊອກວຽກອັນດັບໜຶ່ງໃນການແກ້ໄຂບັນຫາການຫວ່າງການ

ລັດຖະບານຈະສະໜອງຂໍ້ມູນກ່ຽວກັບຕະຫຼາດແຮງງານຜ່ານການຮ່ວມງານຄັ້ງໃໝ່ກັບເຈົ້າຂອງເວັບໄຊຊອກວຽກທີ່ໃຫຍ່ທີ່ສຸດໃນປະເທດລາວ, 108 Jobs, ເພື່ອແກ້ໄຂບັນຫາການບໍ່ມີວຽກເຮັດງານທຳທີ່ເພີ່ມສູງຂຶ້ນ.ພາຍໃຕ້ຂໍ້ຕົກລົງສະບັບວັນທີ 27 ມິຖຸນາ, ສູນບໍລິການແຮງງານ ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກຸ່ມບໍລິສັດ 108-1009 ກຣຸບນະຄອນຫຼວງວຽງຈັນ ຈະຮ່ວມມືກັນພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານເພື່ອເຜີຍແຜ່ຂໍ້ມູນການຮັບສະໝັກຕຳແໜ່ງງານຕ່າງໆ ຜ່ານທາງເວັບໄຊຂອງກະຊວງ www.lmi.molsw.gov.la ແລະ ເວັບ 108.jobs.ອ່ານຕໍ່ ...

ໂຕະຂ່າວ Laotian Times
https://laotiantimes.com/2019/07/01/laos-tackles-employment-by-partnering-with-top-jobs-site/

ລາວ, ໄທ ລົງນາມໃນຂໍ້ຕົກລົງກ່ຽວກັບທາງລົດໄຟ ແລະ ເສັ້ນທາງລະຫວ່າງຊາຍແດນສະບັບໃໝ່

ລາວ ແລະ ໄທໄດ້ລົງນາມໃນຂໍ້ຕົກລົງເພື່ອຂະຫຍາຍການເຊື່ອມຕໍ່ເສັ້ນທາງ ແລະ ທາງລົດໄຟລະຫວ່າງສອງປະເທດ ເຊິ່ງມີມູນຄ່າລວມກວ່າ 3 ຕື້ບາດໄທ (USD 98.2 ລ້ານໂດລາ).ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ສອງປະເທດໄດ້ວາງແຜນປັບປຸງເສັ້ນທາງ R11 ທີ່ເຊື່ອມຕໍ່ດ່ານຊານແດນພູດູ່ ຈັງຫວັດອຸດຕະລະດິດທາງພາກເໜືອຂອງໄທ ກັບນະຄອນຫຼວງວຽງຈັນຂອງລາວ. ເສັ້ນທາງສອງເລນດັ່ງກ່າວຈະໄດ້ຮັບການປູຢາງ ເຊິ່ງຄິດເປັນມູນຄ່າປະມານ 1.8 ຕື້ບາດໄທ (USD 59 ລ້ານໂດລາ), ຕາມການລາຍງານຂອງສຳນັກຂ່າວບາງກອກໂພສ໌ ໃນວັນທີ 1 ກໍລະກົດນີ້.ອ່ານຕໍ່ ...

ໂຕະຂ່າວ The Laotian Times
https://laotiantimes.com/2019/07/01/laos-thailand-sign-new-cross-border-road-and-rail-deal/

ເສັ້ນທາງໃໝ່ເຊື່ອມຕໍ່ຫຼວງພະບາງກັບຊາຍແດນໄທ ຊ່ວຍປະຢັດເວລາໃນການເດີນທາງ

ເສັ້ນທາງໃໝ່ທີ່ເຊື່ອມຕໍ່ລະຫວ່າງແຂວງຫຼວງພະບາງຂອງກັບຊາຍແດນຈັງຫວັດນ່ານຂອງໄທ ໄດ້ມີການເປີດນຳໃຊ້ຢ່າງເປັນທາງການ, ເຊິ່ງຊ່ວຍປະຢັດເວລາໃນການເດີນທາງສຳລັບນັກທ່ອງທ່ຽວ.ເສັ້ນທາງໃໝ່ດັ່ງກ່າວແມ່ນຕັດຈາກເມືອງຫົງສາ ຫາແຂວງຫຼວງພະບາງ ແລະ ຕໍ່ຍາວໄປເຖິງດ່ານຊາຍແດນຈັງຫວັດນ່ານປະເທດໄທ.ກ່ອນໜ້າການກໍ່ສ້າງເສັ້ນທາງດັ່ງກ່າວ, ການເດີນທາງລະຫວ່າງສອງແຂວງຕ້ອງໃຊ້ເວລາເຖິງເກົ້າຊົ່ວໂມງ, ໃນຂະນະທີ່ປະຈຸບັນ ການເດີນທາງແມ່ນໃຊ້ເວລາປະມານສີ່ເຖິງຫ້າຊົ່ວໂມງ. ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/27/new-road-connects-thai-border-to-luang-prabang-reduces-travel-time/

ລາວຈະເລີ່ມເປີດບໍລິການ ອີວີຊາ ໃນເດືອນກໍລະກົດນີ້

ລາວຈະເລີ່ມເປີດບໍລິການຮັບສະໝັກວີຊາແບບອີເລັກໂທຣນິກ (ອີວີຊາ) ໃນເດືອນກໍລະກົດປີນີ້, ເພື່ອໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ ກ່ອນເດີນທາງເຂົ້າປະເທດ.ເວັບໄຊທາງການສຳລັບການສະໝັກອີວີຊາກໍຄື https://laoevisa.gov.la ເວັບໄຊອີວີຊານີ້ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກົມກົງສຸນ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ວີຊາທ່ອງທ່ຽວເຊິ່ງມີອາຍຸນຳໃຊ້ 30 ວັນ ຈະເປັນວີຊາປະເພດທຳອິດທີ່ໃຫ້ບໍລິການຜ່ານທາງເວັບໄຊ, ສ່ວນວີຊາປະເພດອື່ນຈະໃຫ້ບໍລິການເພີ່ມເຕີມໃນພາຍຫຼັງ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/25/laos-to-launch-online-evisa-service-in-july/

ພົບການລະບາດຂອງພະຍາດອະຫິວາໝູອາຟຣິກາໃນລາວ; ໄທ, ຈີນສັ່ງຫ້າມການນຳເຂົ້າໝູ

ປະເທດຈີນ ແລະ ໄທ ສັ່ງຫ້າມນຳເຂົ້າຊິ້ນໝູ ແລະ ຜະລິດຕະພັນກ່ຽວກັບໝູຈາກລາວ ຫຼັງຈາກພົບການລະບາດຂອງພະຍາດອະຫິວາໝູອາຟຣິກາໃນລາວເປັນກໍລະນີທຳອິດ.ໄດ້ມີການຢືນຢັນການລະບາດຂອງພະຍາດອະຫິວາໝູອາຟຣິກາກໍລະນີທຳອິດໃນລາວ, ເຊິ່ງມີການລະບາດຂອງພະຍາດໃນເຈັດບ້ານຂອງແຂວງສາລະວັນ, ເຮັດໃຫ້ມີສັດຕາຍແລ້ວ 973 ໂຕ, ຕາມກະຊວງກະສິກຳ ແລະ ປ່າໄມ້ຂອງລາວ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/06/24/laos-swine-flu-outbreak-sees-thailand-china-ban-pig-imports/

ລາວປັບປຸງລະບຽບການດ້ານການຄ້າສຳລັບບໍລິສັດຕ່າງປະເທດ

ບໍລິສັດຕ່າງປະເທດທີ່ຕ້ອງການສົ່ງອອກສິນຄ້າມາປະເທດລາວ ແມ່ນບໍ່ຈຳເປັນຕ້ອງຂໍໃບອະນຸຍາດດຳເນີນທຸລະກິດພາຍໃນປະເທດ ຕາມລະບຽບການການຄ້າໃໝ່ຂອງກະຊວງການຄ້າ.ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີ ສະບັບໃໝ່ ໃນວັນທີ 6 ມິຖຸນາ ເພື່ອຍົກເລີກລະບຽບການທີ່ບໍລິສັດຕ່າງປະເທດຕ້ອງຂໍໃບອະນຸຍາດດຳເນີນທຸລະກິດພາຍໃນ ໃນການສົ່ງອອກສິນຄ້າມາປະເທດລາວ.ພາຍໃຕ້ລະບຽບການໃໝ່ນີ້ ບໍລິສັດຕ່າງປະເທດທີ່ຕ້ອງການສົ່ງອອກສິນຄ້າມາປະເທດລາວ ຕ້ອງຍື່ນໃບຄຳຮ້ອງຂໍສິດທາງການຄ້າ ໂດຍກົງຕໍ່ກົມການນຳເຂົ້າ ແລະ ສົ່ງອອກ.ອ່ານຕໍ່  ...

ໂຕະຂ່າວ
https://laotiantimes.com/2019/06/19/laos-improves-trade-regulations-foreign-companies/

ລາວ ແລະ ບໍລິສັດ SK ເອັນຈິເນຍຣິງ ບໍ່ເຫັນດີກ່ຽວກັບສາເຫດການແຕກຂອງເຂື່ອນ

ບໍລິສັດກໍ່ສ້າງຂອງເກົາຫຼີໃຕ້ບໍ່ຍອມຮັບຂໍ້ສະຫຼຸບຫຼ້າສຸດຂອງລັດຖະບານລາວ ທີ່ກ່າວອ້າງກ່ຽວກັບສາເຫດຂອງການແຕກຂອງເຂື່ອນໄຟຟ້ານ້ຳຕົກໃນປີກາຍນີ້ຢູ່ລາວ.ບໍລິສັດ  SK ເອັນຈິເນຍຣິງ  & ຄອນສະຕຣັກເຊິນ ກ່າວໃນກອງປະຊຸມສື່ມວນຊົນໃນວັນທີ 29 ພຶດສະພາວ່າ ທາງບໍລິສັດບໍ່ສາມາດຍອມຮັບ ກ່ຽວກັບຂໍ້ສະຫຼຸບດັ່ງກ່າວໄດ້ ເນື່ອງຈາກມັນຂາດພື້ນຖານ ແລະ ຂໍ້ມູນທີ່ເປັນວິທະຍາສາດ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/05/29/sk-engineering-laos-dam-collapse/

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nMdHH
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!