ເດິລາວທຽນທາມສ໌

ບີຊີອີແອວ, ຢູນຽນເພ ຈະເປີດຕົວການບໍລິການຈ່າຍເງິນໂດຍນຳໃຊ້ລະຫັດ ຄິວອາ ໃນລາວ

ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ໄດ້ຕົກລົງຮ່ວມມືກັບບໍລິສັດ ຢູນຽນເພ ສາກົນ, ຜູ້ໃຫ້ບໍລິການຈ່າຍເງິນຂອງຈີນ ໃນການເປີດຕົວການບໍລິການຈ່າຍເງິນໂດຍຜ່ານລະຫັດ ຄິວອາ ໃນລາວ.ບາດກ້າວດັ່ງກ່າວຈະເຮັດໃຫ້ຜູ້ນຳໃຊ້ແອັບ ຢູນຽນເພ ສາມາດຈ່າຍເງິນໂດຍການສະແກນ ຄິວອາໂຄ໊ດ ຢູ່ຕາມຮ້ານຄ້າພາຍໃນປະເທດ, ໜ່ວຍງານບັດສາກົນເປີດເຜີຍໃນວັນທີ 22 ກໍລະກົດຜ່ານມາ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/23/bcel-unionpay-to-launch-qr-code-payment-service-in-laos/

ລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງຕ່ຳທີ່ສຸດທ່າມກາງສະພາບຝົນຂາດຊ່ວງ

ແມ່ນ້ຳຂອງເຊິ່ງໄຫຼຜ່ານປະເທດລາວ ກຳລັງຜະເຊີນກັບສະພາບລະດັບນ້ຳທີ່ຕ່ຳທີ່ສຸດໃນປະຫວັດສາດ ເນື່ອງຈາກຝົນຂາດຊ່ວງ.ຢູ່ວຽງຈັນ ລະດັບນ້ຳໃນແມ່ນ້ຳຂອງແມ່ນຢູ່ທີ່ 0.7 ແມັດ, ຫຼື 5.54 ແມັດຕ່ຳກວ່າລະດັບນ້ຳສະເລ່ຍໃນຮອບ 57 ປີ (1961-2018). ເຊິ່ງຕ່ຳກວ່າລະດັບນ້ຳຕ່ຳສຸດທີ່ເຄີຍວັດແທກໄດ້ 1.36 ແມັດ.ໃນລະຫວ່າງວັນທີ 16 ແລະ 18 ກໍລະກົດ, ລະດັບນ້ຳຢູ່ສະຖານນີວັດແທກນ້ຳດັ່ງກ່າວແມ່ນຢູ່ທີ່ 5.58 ແມັດ, ຕາມຄະນະກຳມາທິການແມ່ນ້ຳຂອງ (MRC).ອ່ານຕໍ່ ...

The Laotian Times

ຮ້ານອອກພົບຕົກ: ວາງສະແດງເຄື່ອງຫັດຖະກຳຂອງລາວສູ່ຊາວໂລກ

ໃນປະເທດທີ່ຖືວ່າການຕ່ຳແຜ່ນແມ່ນເປັນວຽກໃນຄົວເຮືອນອັນໜຶ່ງທີ່ສ່ວນໃຫຍ່ແມ່ນເຮັດໂດຍແມ່ຍິງ, ຮ້ານອອກພົບຕົກ ກຳລັງພະຍາຍາມປ່ຽນແປງທັດສະນະດັ່ງກ່າວ.ຮ້ານອອກພົບຕົກ ເຊິ່ງມີຄວາມໝາຍໃນພາສາລາວວ່າ “ຊາວຕາເວັນອອກພົບກັບຊາວຕາເວັນຕົກ” ເຊື່ອວ່າສາມາດປະກອບສ່ວນໃນອຸດສາຫະກຳທ້ອງຖິ່ນລາຍຍ່ອຍຂອງລາວ ແລະ ສົ່ງເສີມເອກະລາດດ້ານເງິນໃນກຸ່ມແມ່ຍິງທົ່ວປະເທດ ຜ່ານການຄ້າຂາຍເຄື່ອງຫັດຖະກຳພື້ນເມືອງລາວແບບຍຸດຕິທຳ.ອ່ານຕໍ່ ...

Kim Jee-won
https://laotiantimes.com/2019/07/18/ock-pop-tok-showcasing-lao-handicrafts-to-the-world/

ລາວຄາດວ່າຈະມີຄວາມຕ້ອງການດ້ານຂັ້ນໄດເລື່ອນ ແລະ ລິບທີ່ເພີ່ມຂຶ້ນ

ມິຊູບິຊິ ອິເລັກທຣິກ ບໍລິສັດເຄື່ອງໃຊ້ໄຟຟ້າຍັກໃຫຍ່ຂອງຍີ່ປຸ່ນໄດ້ເຂົ້າມາຕັ້ງສາຂາໃໝ່ໃນລາວ ທ່າມກາງຄວາມຕ້ອງການຂອງຕະຫຼາດພາຍໃນປະເທດ ທີ່ເພີ່ມສູງຂຶ້ນສຳລັບຂັ້ນໄດເລື່ອນ ແລະ ລິບ.ບໍລິສັດ MELCO Elevator ລາວ, ເຊິ່ງໄດ້ເລີ່ມເປີດກິດຈະການມາແຕ່ວັນທີ 1 ກໍລະກົດປີນີ້ ຄາດວ່າຈະສາມາດເພີ່ມຍອດຂາຍຂັ້ນໄດເລື່ອນ ແລະ ລິບຂອງບໍລິສັດມິຊູບິຊິ ອິເລັກທຣິກ ກໍຄືສະໜອງການບໍລິການສ້ອມແປງທີ່ມີຄຸນນະພາບສູງ ຕາມຄຳຖະແຫຼງການຂອງບໍລິສັດ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/17/laos-expects-rising-demand-for-elevators-and-escalators/

ລາວຫວັງສ້າງຄວາມຫຼາກຫຼາຍດ້ານແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ

ລາວມີຈຳນວນນັກທ່ອງທ່ຽວຈາກເກົາຫຼີເພີ່ມຂື້ນຢ່າງຈະແຈ້ງໃນຊຸມສອງສາມປີຜ່ານມາຫຼັງຈາກທີ່ລາຍການໂທລະທັດ “Youth Over Flowers,” ໄດ້ຖ່າຍທຳລາຍການທີ່ດາລາເກົາຫຼີເດີນທາງມາທ່ອງທ່ຽວສະຖານທີ່ທ່ອງທ່ຽວຊື່ດັງຂອງລາວ ໂດຍສະເພາະແມ່ນວັງວຽງ.ຈຳນວນນັກທ່ອງທ່ຽວຈາກເກົາຫຼີໃຕ້ໃນລາວເພີ່ມຂຶ້ນໃນປີ 2015 ແລະ 2016, ແລະ ເລີ່ມຄົງທີ່ໃນປີ 2017. ສ່ວນແບ່ງຕະຫຼາດລວມຂອງເກົາຫຼີເພີ່ມຂຶ້ນເປັນ 4.4 ເປີເຊັນ ໃນປີ 2017 ຕາມການລາຍງານຂອງກະຊວງຖະແຫຼງຂ່າວ, ​ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ. ຈຳນວນນັກທ່ອງທ່ຽວເກົາຫຼີແມ່ນເພີ່ມຈາກ 96,085 ຄົນໃນປີ 2014 ເປັນ 170,571 ຄົນໃນປີ 2017. ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/16/laos-hopes-to-diversify-destinations-for-tourists/

ອັດຕາໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດໃນລາວຫຼຸດຜ່ອນລົງ

ອັດຕາໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນລາວຫຼຸດລົງໃນປີ 2018 ທ່າມກາງງການຫຼຸດລົງຂອງໂຄງການລົງທຶນໃໝ່ໆຈາກຈີນ, ຕາມບົດລາຍງານຫຼ້າສຸດ.ອັດຕາໄຫຼເຂົ້າຂອງ FDI ໃນລາວຂອງປີກາຍນີ້ແມ່ນຢູ່ທີ່ USD 1.3 ຕື້ໂດລາ, ຫຼຸດລົງ 17 ເປີເຊັນທຽບກັບປີກ່ອນ, ຕາມບົດລາຍງານການລົງທຶນຂອງໂລກ 2019 ໃນກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD).ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/15/laos-sees-drop-in-foreign-direct-investment-inflow/

WhatsApp ແມ່ນແອັບມືຖືທີ່ນິຍົມໃຊ້ທີ່ສຸດໃນລາວ

WhatsApp ແມ່ນແອັບມືຖືທີ່ນິຍົມໃຊ້ທີ່ສຸດໃນລາວ ຕາມການສຳຫຼວດຂອງອົງການສົ່ງເສີມການຄ້າ-ການລົງທຶນເກົາຫຼີ (Kotra).“WhatsApp ແມ່ນແອັບມືຖືທີ່ເປັນທີ່ນິຍົມທີ່ສຸດໃນກຸ່ມນັກສົ່ງຂໍ້ຄວາມໃນລາວ ເຊິ່ງມີຄວາມສະດວກຕໍ່ນຳໃຊ້ໃນການສື່ສານຜ່ານໝາຍເລກໂທລະສັບທີ່ຕັ້ງໃສ່ໃນໂທລະສັບມືຖື” ອົງການ Kotra ລາຍງານ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/12/whatsapp-the-most-popular-mobile-app-in-laos/

ໂຄງການລົດໄຟຄວາມໄວສູງຂອງໄທລວມເອົາປະເທດລາວເປັນໜຶ່ງໃນຈຸດໝາຍປາຍທາງ

ປະເທດໄທກະກຽມເປີດຕົວລົດໄຟຄວາມໄວສູງຄັ້ງທຳອິດຂອງປະເທດ ເຊິ່ງຈະແລ່ນລະຫວ່າງບາງກອກຫາປັກກິ່ງ ປະເທດຈີນ ເຊິ່ງລາວແມ່ນໜຶ່ງໃນສະຖານນີລະຫວ່າງທາງ.“ສາຍທາງລົດໄຟຂ້າມອາຊຽນ” ຈະຄອບຄຸມໄລຍະທາງ  3,193 ກິໂລແມັດ ເຊິ່ງມີມູນຄ່າປະມານ 2.07 ພັນຕື້ບາດ (USD 67.2 ຕື້ໂດລາ) ແລະ ເຊື່ອມຕໍ່ສະຖານນີບາງຊື່ ກັບຈັງຫວັດຊຽງໃໝ່ທາງພາກເໜືອ, ລາວທາງພາກຕາເວັນອອກສຽງເໜືອ, ກຳປູເຈຍ ທາງພາກຕາເວັນອອກ ແລະ ມາເລເຊຍທາງພາກໃຕ້ຂອງໄທ.ອ່ານຕໍ່  ...

ໂຕະຂ່າວ
https://laotiantimes.com/2019/07/08/thailands-first-bullet-train-to-include-laos-as-destination/

ອຸບັດຕິເຫດບົນທ້ອງຖະໜົນຍັງສືບຕໍ່ເປັນບັນຫາສຳລັບນະຄອນຫຼວງວຽງຈັນ

ອຸບັດຕິເຫດບົນທ້ອງຖະໜົນຍັງສືບຕໍ່ເປັນບັນຫາສຳລັບນະຄອນຫຼວງວຽງຈັນ ຊຶ່ງຕົວເລກຫຼ້າສຸດໃນປີນີ້ແມ່ນມີເຖິງ 525 ກໍລະນີ ຕາມການແຈ້ງຫຼ້າສຸດຈາກເຈົ້າໜ້າທີ່ຕຳຫຼວດ.ທ່ານພັນເອກ ເພັງສະຫວັນ ທຳມະບຸນ ຫົວໜ້າພະແນກຕຳຫຼວດຈໍລະຈອນນະຄອນຫຼວງວຽງຈັນ ກ່າວໃນການສຳພາດກັບໜັງສືພິມວຽງຈັນໃໝ່ວ່າ ໃນຊ່ວງຫົກເດືອນຕົ້ນປີນີ້ ທົ່ວນະຄອນຫຼວງວຽງຈັນມີຈຳນວນອຸບັດຕິເຫດບົນທ້ອງຖະໜົນທັງໝົດ 525 ກໍລະນີ ໃນນີ້ມີຈຳນວນຜູ້ເສຍຊີວິດ 89 ຄົນ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/04/road-accidents-continue-to-plague-vientiane-capital/

ບໍລິສັດ CP All ເຈລະຈາກ່ຽວກັບການຕັ້ງຮ້ານ ເຊເວັນ-ອິເລເວັນ ໃນລາວ

ຮ້ານ 7-Eleven ຈະມາລາວຫຼືບໍ່? ຄຳຖາມດັ່ງກ່າວໄດ້ມີການຍົກຂຶ້ນມາຫຼາຍປີແລ້ວ ແຕ່ກໍມີຂ່າວຕໍ່ເນື່ອງວ່າຈະມີການເປີດສາຂາໃນລາວ.ໜຶ່ງໃນຂ່າວລັກສະນະດັ່ງກ່າວ ແມ່ນເກີດຂຶ້ນເມື່ອສອງສາມວັນຜ່ານມາ. ຕາມສຳນັກຂ່າວ The Nation, ບໍລິສັດ CP All ຂອງໄທທີ່ດຳເນີນກິດຈະການ ເຊເວັນ-ອິເລເວັນ ທົ່ວປະເທດໄທ ໄດ້ເປີດເຜີຍໃນຕະຫຼາດຫຸ້ນຂອງໄທໃນວັນທີ 1 ກໍລະກົດນີ້ ກ່ຽວກັບການເຈລະຈາຂໍ້ຕົກລົງການສ້າງສາຂາທຸລະກິດໃນການຈັດຕັ້ງ ແລະ ດຳເນີນກິດຈະການຮ້ານ ເຊເວັນ-ອິເລເວັນ ໃນກຳປູເຈຍ ແລະ ລາວ.ອ່ານຕໍ່ ...

The Laotian Times

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

yzxZX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!