ເດິລາວທຽນທາມສ໌

ໂຮງແຮມ SureStay ເປີດໃຫ້ບໍລິການຢູ່ໃຈກາງນະຄອນຫຼວງວຽງຈັນ

ບໍລິສັດ Best Western ໂຮງແຮມ ແລະ ຣີສອດ ສືບຕໍ່ນຳສະເໜີກຸ່ມໂຮງແຮມ SureStay ພາຍໃຕ້ຈຸດໝາຍການທ່ອງທ່ຽວໃໝ່ທົ່ວອາຊີ ກັບການເປີດໂຕໂຮງແຮມໃໝ່ ຢູ່ໃຈກາງນະຄອນຫຼວງວຽງຈັນຂອງລາວ.ໂຮງແຮມ SureStay by Best Western ວຽງຈັນໄດ້ມີການເປີດໂຕໃນວັນທີ 19 ພະຈິກ 2019 ເຊິ່ງຕັ້ງຢູ່ໃຈກາງນະຄອນວຽງຈັນ, ໃກ້ກັບແຄມແມ່ນ້ຳຂອງ ແລະ ຖະໜົນຄົນຍ່າງຂອງຕົວເມືອງທີ່ຄຶກຄັກ. ໃຊ້ເວລາຂັບລົດຈາກສະໜາມບິນສາກົນວັດໄຕ ພຽງ 15 ນາທີ.ອ່ານຕໍ່ ...

Jasmina Yap

ເປີດຮັບສະໝັກຊິງທຶນ ເພື່ອໄປສຶກສາທີ່ປະເທດຮັງກາລີ

ສະຖານກົງສຸນຮັງກາລີປະຈຳລາວ ໄດ້ແຈ້ງການເປີດຮັບສະໝັກຊິງທຶນ ເພື່ອໄປສຶກສາທີ່ປະເທດຮັງກາລີ ສຳລັບສົກຮຽນ 2020-2021, ພາຍໃຕ້ໂຄງການ Stipendium Hungarium (SH). ໃບຄຳຮ້ອງການສະໝັກແມ່ນເປີດຮັບຕັ້ງແຕ່ວັນທີ 15 ​ພະຈິກ 2019. ແລະ ມີກຳນົດປິດຮັບໃນວັນທີ 15 ມັງກອນ 2020.ປະເທດຮັງກາລີ ໃຫ້ບໍລິການການສຶກສາ ທີ່ມີຄຸນນະພາບສູງ ຢູ່ໃຈກາງທະວີບຢູໂຣບ. ໃນປະຈຸບັນ ນັກສຶກສາຕ່າງປະເທດທີ່ເຂົ້າມາສຶກສາຢູ່ຮັງກາລີ ມີ່ທ່າອ່ຽງສູງຂຶ້ນ. ນອກຈາກການສຶກທີ່ມີຄຸນະພາບ ແລະ ໃບປະກາດທີ່ເປັນທີ່ຮັບຮູ້ໃນທົ່ວຢູໂຣບ ແລະ ທົ່ວໂລກ, ນັກສຶກສາໃນປະຈຸບັນ ແລະ ອະນາຄົດ ຍັງໄດ້ປະໂຫຍດຈາກຄ່າຄອງຊີບທີ່ບໍ່ສູງເກີນໄປ ເຊິ່ງຄຸ່ມຄ້າຕໍ່ການລົງທຶນ, ທັງມີສະພາບແວດລ້ອມທີ່ປອດໄພ ແລະ ເປັນໜ້າຢູ່ອາໄສ ພາຍໃຕ້ລະບົບການຂົນສົ່ງສາທາລະນະທີ່ສະດວກສະບາຍ, ເປັນປະເທດສູນກາງຂອງຢູໂຣບ, ມີທິວທັດທຳມະຊາດທີ່ສວຍສົດງົດງາມ ເຕັມໄປດ້ວຍສະຖານທີ່ທ່ອງທ່ຽວມໍລະດົກໂລກ UNESCO ທີ່ມີອາຍຸເກົ່າແກ່ພັນປີ ທັງມີປະຫວັດທີ່ໜ້າສົນໃຈ. ປະຈຸບັນ ມີທຶນການສຶກສາທັງໝົດ ...

ລັດສະໝີ ພອນວິໄລ

ຮ້ານອາຫານຄົວລາວ ເຜີຍໂສມໜ້າຫ້ອງໂຖງປັບປຸງໃໝ່ ເນື່ອງໃນໂອກາດວັນຄົບຮອບ 25 ປີ

ຮ້ານອາຫານຄົວລາວ ເຊິ່ງມີຊື່ສຽງໃນຖານະໜຶ່ງໃນຮ້ານອາຫານລາວທີ່ໄດ້ຮັບຄວາມນິຍົມທີ່ສຸດ, ສະເຫຼີມສະຫຼອງວັນຄົບຮອບ 25 ປີ ຂອງການກໍ່ຕັ້ງທຸລະກິດ ດ້ວຍການເປີດໂຕສອງຫ້ອງໂຖງທີ່ຫາກໍ່ສຳເລັດການປັບປຸງ ທີ່ບໍລິເວນຊັ້ນສອງຂອງຮ້ານ, ພາຍໃຕ້ໂສມໜ້າໃໝ່ ທີ່ທັນສະໄໝ.ຮ້ານອາຫານພວກເຮົາ ບໍ່ໄດ້ທຳການປັບປຸງຫ້ອງໂຖງຄັ້ງໃຫຍ່ມາດົນແລ້ວ. ພວກເຮົາຮູ້ວ່າເຖິງເວລາແລ້ວ ທີ່ຕ້ອງປັບປຸງການຕົບແຕ່ງ ເພື່ອໃຫ້ເຂົ້າກັບອາຫານຊັ້ນຄຸນນະພາບ, ” ທ່ານນາງ ດາລາພອນ ພົນເສນາ ເຈົ້າຂອງຮ້ານອາຫານລຸ້ນທີ່ສອງ ກ່າວເຜີຍ.ອ່ານຕໍ່ ...

ລັດສະໝີ ພອນວິໄລ

ທີມຊາດຍີ່ປຸ່ນ ສະໜັບສະໜູນກິລາປິ່ງປ່ອງລາວ

ທີມ Okayama Rivets ທີມປິ່ງປ່ອງອາຊີບຂອງຍີ່ປຸ່ນ ບໍລິຈາກຊຸດເຄື່ອງກິລາປິ່ງປ່ອງ ໃຫ້ແກ່ສະມາຄົມປິ່ງປ່ອງລາວ, ໂດຍຢືນຢັນຈະສືບຕໍ່ສະໜັບສະໜູນລາວ ເພື່ອສົ່ງເສີມອຸດສາຫະກຳກິລາປິ່ງປ່ອງ.ທີມ Okayama Rivets ມີການສ້າງຕັ້ງໃນປີ 2018, ເປັນທີມປິ່ງປ່ອງຂອງເມືອງ ໂອກາຢາມະ ທີ່ເຂົ້າຮ່ວມໃນບັ້ນແຂ່ງຂັນປິ່ງປ່ອງອາຊີບຂອງຍີ່ປຸ່ນ ທີ່ເອີ້ນວ່າ T League.ທີມກິລາດັ່ງກ່າວ ໄດ້ທຳການບໍລິຈາກແຜ່ນຢາງຕີປິ່ງປ່ອງ 300 ແຜ່ນ, ໄມ້ຕີປິ່ງປ່ອງ 26 ອັນ ແລະ ລູກປິ່ງປ່ອງ 30 ໜ່ວຍ, ຕາມການເປີດເຜີຍຂອງ ບໍລິສັດ Sanko ກໍ່ສ້າງ, ຜູ້ສະໜັບສະໜູນທີມ Okayama Rivet.ອ່ານຕໍ່ ...

Taejun Kang

ຢູນິເທວ ໄດ້ຮັບລາງວັນເຄືອຂ່າຍມືຖືທີ່ໄວທີ່ສຸດໃນລາວ

ຢູນິເທວ ໄດ້ຮັບລາງວັນຈາກ Speedtest ໃນການເປັນເຄືອຂ່າຍມືຖື ທີ່ໄວທີ່ສຸດໃນລາວ ໃນໄຕມາດທີສອງ ແລະ ທີສາມຂອງປີ 2019.Ookla, ເຈົ້າຂອງເວັບໄຊ speedtest.net, ໄດ້ທຳການທົດສອບສົມທຽບຈາກຜູ້ໃຊ້ງານ ຜ່ານລະບົບແອັບພິຼເຄຊັນມືຖື Speedtest iOS ແລະ Android ຈາກຜູ້ໃຊ້ໂທລະສັບມືຖືສ່ວນໃຫຍ່ໃນລາວ ໃນໄລຍະການຊິງລາງວັນ ເພື່ອສຳຫຼວດເບິ່ງວ່າຜູ້ປະກອບການເຈົ້າໃດ ທີ່ໃຫ້ບໍລິການດ້ວຍຄວາມໄວສູງສຸດ ໃນບັນດາເຄືອຂ່າຍໂທລະສັບມືຖື.ເຄືອຂ່າຍຢູນິເທວ (Unitel) ໄດ້ຊະນະເລີດລາງວັນດັ່ງກ່າວ ດ້ວຍຄະແນນຄວາມໄວ 32.62, ມີຄວາມໄວສະເລ່ຍສຳລັບການດາວໂຫຼດ 33.43 Mbps ແລະ ການອັບໂຫຼດ 17.30 Mbps.ອ່ານຕໍ່ ...

ລັດສະໝີ ພອນວິໄລ

ໂຄງການເຂື່ອນໄຟຟ້າດອນສະໂຮງ ເລີ່ມການປະຕິບັດການ

ໂຄງການເຂື່ອນໄຟຟ້າດອນສະໂຮງ ແມ່ນ້ຳຂອງ ແຂວງຈຳປາສັກ ເລີ່ມການປະຕິບັດການຢ່າງເປັນທາງການ.ປະຈຸບັນ ເຄື່ອງຈັກປັ່ນໄຟເຂື່ອນ ໄດ້ເລີ່ມການດຳເນີນການເພື່ອທຸລະກິດ ຕາມການເປີດເຜີຍຂອງບໍລິສັດ Sinohydro Corp ຈຳກັດ ຜູ້ຮັບເໝົາກໍ່ສ້າງຈາກຈີນ. ໂຄງການເຂື່ອນໄຟຟ້າມູນຄ່າ US 401 ລ້ານໂດລາ ດັ່ງກ່າວ ເຊິ່ງຕັ້ງຢູ້ໃກ້ກັບນ້ຳຕົກຕາດຄອນ ແຂວງຈຳປາສັກ ໄດ້ສຳເລັດການກໍ່ສ້າງ 48 ວັນກ່ອນກຳນົດການ, ຕາມເຈົ້າຂອງໂຄງການຄື ບໍລິສັດ Mega First Corp Bhd ຂອງມາເລເຊຍ ພາຍຫຼັງທີ່ເລີ່ມຕົ້ນການກໍ່ສ້າງມາແຕ່ເດືອນມັງກອນ 2016.ຜູ້ລົງທຶນໃນໂຄງການດັ່ງກ່າວລວມມີ ບໍລິສັດ Mega First ຖືຄອງຫຸ້ນ 80 ສ່ວນຮ້ອຍ, ສ່ວນບໍລິສັດໄຟຟ້າລາວມະຫາຊົນ (EDL-GEN) ຖືຫຸ້ນ 20 ສ່ວນຮ້ອຍ.ອ່ານຕໍ່ ...

Jasmina Yap

ລາວຈະສຳເລັດການກໍ່ສ້າງເດີ່ນກິລາເບສ໌ບອລ໌ ແຫ່ງທຳອິດ ໃນເດືອນທັນວານີ້

ລາວຈະສຳເລັດການກໍ່ສ້າງເດີ່ນກິລາເບສ໌ບອລ໌ ແຫ່ງທຳອິດຂອງປະເທດ ໃນເດືອນທັນວານີ້.DGB ກຼຸ໊ບ, ກຸ່ມບໍລິສັດການເງິນຂອງເກົາຫຼີໃຕ້ ຈະສະໜັບສະໜູນທຶນຈຳນວນ 300 ລ້ານວອນ (USD 256,200 ໂດລາ) ສຳລັບການກໍ່ສ້າງສະໜາມກິລາດັ່ງກ່າວ, ເຊິ່ງລັດຖະບານລາວ ໃຫ້ການສະໜອງພື້ນທີ່ ແລະ ສິ່ງທີ່ຈຳເປັນຕ່າງໆ. ການກໍ່ສ້າງໄດ້ເລີ່ມດຳເນີນມາແຕ່ເດືອນເມສາປີນີ້, ເຊິ່ງຫຼ້າສຸດແມ່ນຫາກໍ່ສຳເລັດການອັດໜ້າດິນໃຫ້ລຽບ. ປະຈຸບັນ ຜູ້ຮັບເໝົາກຳລັງທຳການປູຫຍ້າທຽມ, ຕາມຂ່າວຈາກສຳນັກ Yonhap News Agency. ອ່ານຕໍ່ ...

Taejun Kang

ບໍລິສັດເກົາຫຼີໃຕ້ ຈະເປີດໂຕເວັບໄຊຂາຍຫວຍອອນໄລໃນລາວ

ບໍລິສັດ Kona I ຂອງເກົາຫຼີໃຕ້ ຈະຮ່ວມກັບບໍລິສັດຫວຍລາວ ໂຕໂຕ ເປີດໂຕລະບົບຂາຍຫວຍແບບອອນໄລໃນລາວ ເຊິ່ງຈະເປັນບ່ອນອອກ, ຈັບລາງວັນ ແລະ ຄິດໄລ່ໃບຫວຍ.ໃນປະຈຸບັນ ບໍລິສັດ Kona I ເປັນຜູ້ຄຸ້ມຄອງລະບົບການຈ່າຍເງິນຜ່ານໂທລະສັບມືຖືໃນເກົາຫຼີໃຕ້, ໃນຂະນະທີ່ບໍລິສັດ ລາວໂຕໂຕ ມີໃບອະນຸຍາດດຳເນີນທຸລະກິດຫວຍ ແລະ ການພະນັນກິລາ, ເຊິ່ງຮູ້ກັນໃນຊື່ ສະປອດໂຕໂຕ, ໃນລາວ.ຖ້າມີການສ້າງຕັ້ງ, ນີ້ຈະເປັນລະບົບຂາຍ ແລະ ຄິດໄລ່ຫວຍອອນໄລ ລະບົບທຳອິດໃນລາວ, ຕາມບໍລິສັດ ລາວ ໂຕໂຕ.ໃນປະຈຸບັນ ການຂາຍຫວຍຢູ່ລາວ ແມ່ນນຳໃຊ້ລະບົບໃບຫວຍ ທີ່ວາງຂາຍຕາມໂຕະ ຫຼື ຮ້ານແຄມທາງ.ອ່ານຕໍ່ ...

Taejun Kang

ປະເທດລາວຈະໄດ້ຮັບອິດທິພົນຈາກອາກາດເຢັນ, ຝົນຕົກຊົ່ວໄລຍະ ໃນຊ່ວງຕົ້ນລະດູການ

ອາກາດເຢັນຊົ່ວໄລຍະຈະແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງປະເທດລາວ ຍ້ອນຜົນຈາກຄວາມກົດອາກາດສູງແຜ່ປົກຄຸມບໍລິເວນພາກເໜືອ ແລະ ພາກກາງຂອງປະເທດ.ຕາມຂໍ້ມູນຈາກກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ, ພະຍາກອນອາກາດແຕ່ວັນທີ 7-11 ພະຈິກ ອາກາດຈະເຢັນລົງຢູ່ທາງພາກເໜືອ ແລະ ພາກກາງຂອງລາວ, ອຸນະພູມຕ່ຳສຸດ 13 ອົງສາ ແລະ ສູງສຸດ 27 ອົງສາ.ອ່ານຕໍ່ ...

Cameron Darke

ສູນທີ່ປຶກສາບັນຫາຢາເສບຕິດ ນະຄອນຫຼວງວຽງຈັນ ໄດ້ຮັບການຍົກລະດັບ

ສູນທີ່ປຶກສາ ນະຄອນຫຼວງວຽງຈັນ ທີ່ໃຫ້ການບຳບັດຜູ້ຕິດຢາເສບຕິດ ໄດ້ຮັບການບູລະນະຂະຫຍາຍ, ເພື່ອໃຫ້ສາມາດຮອງຮັບຈຳນວນຜູ້ຕິດຢາທີ່ຕ້ອງການຄຳປຶກສາ ແລະ ການບຳບັດ ທີ່ເພີ່ມຂຶ້ນ.ສູນດັ່ງກ່າວ ເຊິ່ງຕັ້ງຢູ່ໂຮງໝໍເມືອງສີສັດຕະນາກ ມີການໃຫ້ຄຳປຶກສາໂດຍບໍ່ເສຍຄ່າ ແລະ ໃຫ້ກການບຳບັດໂດຍຊຸມຊົນ, ຕາມສຳນັກຂ່າວວຽງຈັນທາມສ໌.ອ່ານຕໍ່ ...

Taejun Kang

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Cadyc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!