ເດິລາວທຽນທາມສ໌

ບໍລິສັດ LVMC (Kolao) ຊື້ຫຸ້ນບໍລິສັດ GMS ການຄ້າໃນລາວ, ໝາຍຕາຂະຫຍາຍທຸລະກິດໃໝ່

ບໍລິສັດ LVMC Holdings, ທີ່ປ່ຽນຊື່ຈາກບໍລິສັດ Kolao Holdings, ຖະແຫຼງກ່ຽວກັບຊື້ຫຸ້ນ 100 ສ່ວນຮ້ອຍຂອງບໍລິສັດ GMS ການຄ້າຈຳກັດຜູ້ດຽວໃນລາວ ມູນຄ່າ USD 357,623. ບາດກ້າວດັ່ງກ່າວ ແມ່ນການສານຕໍ່ “ທຸລະກິດໃໝ່” ເຊິ່ງທາງບໍລິສັດຍັງບໍ່ເປີດເຜີຍລາຍລະອຽດ.ບໍລິສັດ GMS ການຄ້າ ດຳເນີນທຸລະກິດໃນການພັດທະນາອະສັງຫາລິມະຊັບ ແລະ ຈຳໜ່າຍເຄື່ອງໃຊ້ໃນຄົວເຮືອນ ແລະ ສິນຄ້າການກະເສດໃນລາວ. ໃນຂະນະທີ່ ບໍລິສັດ LVMC ມີທຸລະກິດຫຼາຍຢ່າງ ເຊັ່ນ ຈຳໜ່າຍລົດຍີ້ຫໍ້ຕ່າງໆທົ່ວໂລກ, ຜະລິດຊິ້ນສ່ວນ ແລະ ອາໄຫຼ່ລົດ, ຜະລິດ ແລະ ຈຳໜ່າຍລົດຈັກ, ຄ້າຂາຍລົດໃຫຍ່, ບໍລິການເຊົ່າ ແລະ ອື່ນໆ.ອ່ານຕໍ່ ...

Taejun Kang

ຕາດກວາງຊີ ຕິດອັນດັບສະຖານທີ່ທ່ອງທ່ຽວຕ່າງປະເທດທີ່ດີທີ່ສຸດ ໃນກຸ່ມນັກທ່ອງທ່ຽວຍີ່ປຸ່ນ

ນ້ຳຕົກຕາດກວາງຊີ ແຂວງຫຼວງພະບາງ ຕິດໃນ 50 ອັນດັບສະຖານທີ່ທ່ອງທ່ຽວຕ່າງປະເທດທີ່ດີທີ່ສຸດ ໃນກຸ່ມນັກທ່ອງທ່ຽວຍີ່ປຸ່ນ ໃນປີ 2019, ຕາມການສຳຫຼວດຫຼ້າສຸດ.ນ້ຳຕົກຕາດດັ່ງກ່າວ ໄດ້ອັນດັບທີ 26 ໃນຈຳນວນສະຖານທີ່ທ່ອງທ່ຽວ 50 ແຫ່ງທີ່ເປັນທີ່ນິຍົມຂອງນັກທ່ອງທ່ຽວຍີ່ປຸ່ນໃນປີ 2019 ຕາມການຈັດອັນດັບຂອງເວັບໄຊ TripAdvisor Japan. ນີ້ແມ່ນຄັ້ງທຳອິດທີ່ສະຖານທີ່ທ່ອງທ່ຽວໃນລາວ ມີຊື່ໃນການຈັດອັນດັບດັ່ງກ່າວ.ເວັບໄຊ TripAdvisor Japan ຈັດອັນດັບສະຖານທີ່ທ່ອງທ່ຽວ ໂດຍອີງໃສ່ຄຳຄິດເຫັນ ແລະ ຄຳວິຈານຂອງລູກຄ້າໃນເວັບໄຊ.ອ່ານຕໍ່ ...

Taejun Kang

ຊີເກມ 2019: ລາວຍາດໄດ້ຫຼຽນຄຳຫຼຽນທຳອິດ ຈາກກິລາມວຍ

ລາວຍາດໄດ້ຫຼຽນຄຳຫຼຽນທຳອິດໃນມະຫາກຳກິລາຊີເກມ 2019 ພາຍຫຼັງເອົາຊະນະນັກກິລາຈາກອິນໂດເນເຊຍ ໃນຮອບສຸດທ້າຍຂອງການແຂ່ງຂັນກິລາມວຍເຕະຊາຍ ລຸ້ນບໍ່ເກີນ 60 ກິໂລກຼາມ.ໃນການແຂ່ງຂັນໃນວັນທີ 10 ທັນວານີ້, ສຸກັນ ໄຕປັນຍາວົງ ນັກກິລາມວຍເຕະຂອງລາວ ສາມາດເອົາຊະນະ ບອນນາຕົວ ລຳບັນຕຸງກັບ ຄູ່ແຂ່ງຈາກອິນໂດເນເຊຍ ໃນການແຂ່ງຂັນຊິງຫຼຽນຄຳ, ຕາມຂໍ້ມູນຈາກເວັບໄຊທາງການຂອງກິລາຊີເກມ 2019.ອ່ານຕໍ່ ...

Taejun Kang

ໄທຫວັງດຶງດູດນັກທ່ອງທ່ຽວກະເປົາຕຶ່ງຈາກລາວ

ໄທຈະສົ່ງເສີມການທ່ອງທ່ຽວເພື່ອສຸຂະພາບ ແລະ ຄວາມຢູ່ດີມີແຮງ ແລະ ການຊອບປິ້ງ ເພື່ອດຶງດູດນັກທ່ອງທ່ຽວທີ່ມີລາຍໄດ້ສູງຈາກລາວ.ອົງການທ່ອງທ່ຽວແຫ່ງປະເທດໄທ ມີແຜນຮ່ວມມືກັບໂຮງໝໍເອກະຊົນຂອງໄທ ແລະ ບໍລິສັດໂຄສະນາຈາກລາວ ໃນການສົ່ງເສີມຂະແໜງການແພດ ເພື່ອດຶງດູດນັກທ່ອງທ່ຽວລາວທີ່ມີລາຍໄດ້ສູງ, ຕາມການລາຍງານຂອງສຳນັກຂ່າວບາງກອກໂພສທ໌.ອົງການດັ່ງກ່າວ ຍັງມີການຮ່ວມມືກັບຜູ້ປະກອບການຂາຍເຄື່ອງຍ່ອຍ ເຊັ່ນ ສູນການຄ້າບິກຊີ, ກຸ່ມເຊັນທຼອລ, ກຸ່ມເດີະມໍ ເພື່ອໃຫ້ບໍລິການພິເສດສຳລັບລູກຄ້າລາວ ຕາມຮ້ານຂາຍເຄື່ອງເຂດຊາຍແດນ ແລະ ໃນບາງກອກ ສຳລັບຊ່ວງໄລຍະພິເສດ. ອົງການດັ່ງກ່າວ ລະບຸວ່ານັກການເມືອງ, ເຈົ້າໜ້າທີ່ລັດຖະບານ ແລະ ນັກທຸລະກິດລຸ້ນໃໝ່ ເປັນຕົວຂັບເຄື່ອນການທ່ອງທ່ຽວໄທ ຈາກປະເທດລາວ. ນັກທ່ອງທ່ຽວຈາກລາວປະມານ 100,000 ຄົນ ແມ່ນກຸ່ມຜູ້ມີລາຍໄດ້ສູງ.ອ່ານຕໍ່ ...

Taejun Kang

ແມ່ນ້ຳຂອງປ່ຽນເປັນສີຟ້າ ຢູ່ເມືອງທ່າແຂກ

ແມ່ນ້ຳຂອງ ເຊິ່ງຕາມປົກກກະຕິຈະເປັນສີນ້ຳຕານຂຸ້ນ ໄດ້ປ່ຽນເປັນສີຟ້າຄາມ ຄ້າຍກັບສີຂອງນ້ຳທະເລ ຢູ່ບາງທ້ອງຖິ່ນ.ປະຊາຊົນຊາວເມືອງທ່າແຂກ ແລະ ນະຄອນພະນົມຂອງໄທ ໄດ້ສັງເກດເຫັນສີຂອງແມ່ນ້ຳຂອງທີ່ປ່ຽນເປັນສີຟ້າໃນຊ່ວງອາທິດທີ່ຜ່ານມາ. ເຊິ່ງສື່ສັງຄົມອອນໄລ ໄດ້ມີການແລກປ່ຽນຮູບພາບປະກົດການອັນສວຍງາມນີ້ຂອງແມ່ນ້ຳຂອງ ເຊິ່ງມີບັນຍາກາດຄ້າຍຄືກັບທະເລ. ການປ່ຽນແປງຂອງສີຂອງແມ່ນ້ຳຂອງນີ້ ເຖິງວ່າຈະມີຄວາມສວຍງາມ ແຕ່ວ່າມັນເປັນສັນຍານເຕືອນໄພທີ່ໜ້າຕົກໃຈ ກ່ຽວກັບສະພາບຂອງແມ່ນ້ຳຂອງ.ລະດັບນ້ຳໃນແມ່ນ້ຳຂອງ ໃນບາງທ້ອງຖິ່ນໄດ້ຫຼຸດຕ່ຳລົງເຫຼືອພຽງ 1 ແມັດ ເຊິ່ງເປັນລະດັບທີ່ຕ່ຳທີ່ສຸດໃນຮອບ 50 ປີທີ່ມີການບັນທຶກ.ອ່ານຕໍ່ ...

Jasmina Yap

ລາວພົວພັນກັບອົງກອນຈັດອັນດັບສາກົນ ໃນການເປີດໂຕພັນທະບັດເງິນໂດລາໃນສາກົນ

ລັດຖະບານລາວ ໄດ້ມີການພົວພັນກັບອົງການ Standard Chartered, JP Morgan, ແລະ Credit Suisse ສຳລັບແຜນການເປີດໂຕພັນທະບັດເງິນໂດລາໃນສາກົນ.ໃນເດືອນທັນວາ 2015, ລາວໄດ້ມີການຈຳໜ່າຍພັນທະບັດ ມູນຄ່າ US$182 ລ້ານໂດລາ ໃນສອງງວດ ໃຫ້ແກ່ນັກລົງທຶນສະຖາບັນໃນປະເທດໄທ ແລະ ມີການອອກພັນທະບັດເປັນເງິນບາດໄທ, ແຕ່ກໍ່ຍັງບໍ່ມີການຈຳໜ່າຍພັນທະບັດໃຫ້ແກ່ນັກລົງທຶນຕ່າງປະເທດ.ອ່ານຕໍ່ ...

Francis Savankham

ລາວໂທລະຄົມ ເປີດໂຕການບໍລິການ ຊິມ ອິເລັກໂທຣນິກ ຄັ້ງທຳອິດໃນປະເທດ

ລາວໂທລະຄົມ ໄດ້ມີການເປີດໂຕການບໍລິການ ຊິມ ອິເລັກໂທຣນິກ ຄັ້ງທຳອິດໃນປະເທດລາວ ໂດຍຮ່ວມມືກັບບໍລິສັດ 10T Tech, ບໍລິສັດບໍລິການ eSIM  ໃນຮ່ອງກົງ.ການບໍລິການດັ່ງກ່າວຈະຊ່ວຍໃຫ້ຜູ້ນຳໃຊ້ໂທລະສັບມືຖື ທີ່ນຳໃຊ້ເຄື່ອງໄອໂຟນ ແລະ ໄອແພັດ ແລະ Google Pixel 3a ແລະ 4 ສາມາດຂຶ້ນທະບຽນສຳລັບແຜນມືຖືແບບຈ່າຍລ່ວງໜ້າ ແລະ ແບບລາຍເດືອນ ດ້ວຍການເຂົ້າໄປສູນບໍລິການໃກ້ບ້ານ ເພື່ອດາວໂຫຼດ ແລະ ເປີດນຳໃຊ້ບໍລິການ eSIM, ຕາມບົດຂ່າວຈາກ 10T Tech.ອ່ານຕໍ່ ...

Taejun Kang

ຟູດແພນດາ ເປີດໂຕການບໍລິການໃນລາວ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ

ຟູດແພນດາ ຜູ້ບໍລິການຈັດສົ່ງອາຫານຕາມສັ່ງສາກົນ ເປີດໂຕການບໍລິການໃນລາວຢ່າງເປັນທາງການ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ.ເພື່ອເປີດໂລກະທັດໃໝ່ໃນການຊິມລົດຊາດອາຫານສຳລັບຊາວນະຄອນຫຼວງວຽງຈັນ,​ ຂະບວນນັກຈັດສົ່ງອາຫານຟູດແພນດາສີບົວ (Foodpanda) ຈະຈັດສົ່ງອາຫານຈາກຮ້ານອາຫານໃນເຄືອກວ່າ 300 ແຫ່ງ ເຖິງເຮືອນລູກຄ້າຕາມສັ່ງ.ອ່ານຕໍ່ ...

Cameron Darke

ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ແຂວງໄຊຍະບູລີ

ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ແຂວງໄຊຍະບູລີຂອງລາວ ໃກ້ກັບຊາຍແດນໄທ ໃນຕອນເຊົ້າຂອງມື້ນີ້. ໃນເວລາປະມານ 4 ໂມງເຊົ້າ, ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 5.7 ຢູ່ຫ່າງຈາກຕົວເມືອງໄຊຍະບູລີແຂວງໄຊຍະບູລີ 38 ກມ, ໃກ້ກັບຊາຍແດນໄທ, ຕາມຂໍ້ມູນຈາກ ໜ່ວຍສຳຫຼວດທໍລິນີວິທະຍາຂອງສະຫະລັດ. ຈຸດພິກັດທີ່ຕັ້ງການເກີດແຜ່ນດິນໄຫວຄັ້ງນີ້ແມ່ນຢູ່ທີ່ 19.438°N 101.224°E.ແຮງສັ່ນສະເທືອນສາມາດຮັບຮູ້ໄດ້ເຖິງນະຄອນຫຼວງວຽງຈັນ, ເຊິ່ງຜູ້ນຳໃຊ້ສື່ Facebook ໄດ້ອອກມາແລກປ່ຽນຄຳເຫັນ ຫຼັງຈາກໄດ້ຮັບອິດທິພົນ ຈາກແຮງສັ່ນສະເທືອນດັ່ງກ່າວ. ປະຈຸບັນ ຍັງບໍ່ມີລາຍງານກ່ຽວກັບການບາດເຈັບ ຫຼື ຄວາມເສຍຫາຍ ຈາກເຫດແຜ່ນດິນໄຫວດັ່ງກ່າວ.ອ່ານຕໍ່ ...

ລັດສະໝີ ພອນວິໄລ

ນະຄອນກຸມາໂມໂຕະຂອງຍີ່ປຸ່ນ ອາໄສລາວໃນການສົ່ງເສີມການທ່ອງທ່ຽວ

ນະຄອນກຸມາໂມໂຕະຂອງຍີ່ປຸ່ນ ກ່າວວ່າຈະເສີມຂະຫຍາຍຄວາມພະຍາຍາມ ໃນການສົ່ງເສີມເສັ້ນທາງການບິນໃໝ່ ເພື່ອເຊື່ອມຕໍ່ຕົວເມືອງກັບປະເທດລາວ ທ່າມກາງການຫຼຸດຈຳນວນລົງຂອງຜູ້ໂດຍສານທີ່ນຳໃຊ້ສະໜາມບິນຂອງຕົວເມືອງ.ໃນເດືອນຕຸລາທີ່ຜ່ານມາ ຫ້ອງການການບິນພົນລະເຮືອນຍີ່ປຸ່ນ ໄດ້ອະນຸມັດໃຫ້ບໍລິສັດການບິນລາວ ໃນການເປີດໂຕສອງເສັ້ນທາງການບິນໃໝ່ ເພື່ອເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວຫຼວງພະບາງ ກັບນະຄອນກຸມາໂມໂຕະ. ເສັ້ນທາງການບິນໃໝ່ນີ້ຈະເລີ່ມເປີດໃຫ້ບໍລິການໃນວັນທີ 18 ມີນາ 2020.ອ່ານຕໍ່ ...

Taejun Kang

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

pzZF7
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!