ບໍລິສັດນ້ຳປະປາ ຂະຫຍາຍການສະໜອງນ້ຳຈາກແມ່ນ້ຳງື່ມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໄດ້ທຳການຕິດຕັ້ງຈັກສູບນ້ຳໃນແມ່ນ້ຳງື່ມ ເພື່ອສະໜອງນ້ຳໃຫ້ແກ່ໂຮງງານຜະລິດນ້ຳປະປາດົງໝາກຄາຍ ເມືອງໄຊທານີ, ເພື່ອຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນໃນທ້ອງຖິ່ນ ໃນລະດູແລ້ງນີ້.
ຕາມການສຳພາດທາງໂທລະສັບກັບສຳນັກຂ່າວວຽງຈັນທາມສ໌ວານນີ້ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຫົວໜ້າລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ເປີດເຜີຍວ່າ ຫຼັງຈາກທີ່ລະດບນ້ຳໃນແມ່ນ້ຳຫຼຸດຕ່ຳລົງ ທາງວິສາຫະກິດຈຶ່ງໄດ້ຕັດສິນໃຈຕິດຕັ້ງຈັກສູບນ້ຳ ເພື່ອດູດນ້ຳຈາກແມ່ນ້ຳຂຶ້ນສູ່ໂຮງງານ.
ເຄື່ອງຈັກສູບນ້ຳດັ່ງກ່າວແມ່ນດຳເນີນການໄດ້ດີ ແລະ ເຮັດໃຫ້ການສະໜອງນ້ຳປະປາໃນແຕ່ລະຄົວເຮືອນມີຄວາມສະໝ່ຳສະເໝີ.
ພົມພົງ ເຫຼົາອິນ