ພະຍຸຝົນພັດຖະຫຼົ່ມສ້າງຄວາມເສຍຫາຍໃນພາກກາງຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຫຼາຍພື້ນທີ່ໃນແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນໄດ້ປະສົບໄພນ້ຳຖ້ວມ ພາຍຫຼັງພະຍຸເຂດຮ້ອນໂພດູພັດກະໜ່ຳໃນທ້າຍອາທິດຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດໜຶ່ງຄົນ ແລະ ສ້າງຄວາມເສຍຫາຍຢ່າງກວ້າງຂວາງຕໍ່ພື້ນທີ່ໄຮ່ນາ.
ໄພນ້ຳຖ້ວມໄດ້ເກີດຂຶ້ນໃນຫຼາຍພາກຂອງປະເທດລາວ ພາຍຫຼັງກົມອຸຕຸນິຍົມວິທະນາ ແລະ ອຸທຸກະສາດ ພາຍໃຕ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນ 15 ແຂວງໃຫ້ເຝົ້າລະວັງຝົນຕົກໜັກ ແລະ ລົມພັດແຮງ ເນື່ອງຈາກຜົນຂອງພະຍຸດັ່ງກ່າວແຕ່ວັນທີ 29 ສິງຫາ ເຖິງ 1 ກັນຍານີ້.
ພົມພົງ ເຫຼົາອິນ
http://annx.asianews.network/content/storm-wreaks-havoc-central-lao-provinces-103256