ໂຄສົກກະຊວງການຕ່າງປະເທດຂອງ ສປປ ລາວຊົມເຊີຍຜົນຂອງກອງປະຊຸມສຸດຍອດລະຫວ່າງ ສປ ເກົາຫຼີ – ສະຫະລັດ ຄັ້ງທີສອງ

ສປປ ລາວ ຊົມເຊີຍຄວາມພະຍາຍາມຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ (ສປ ເກົາຫຼີ) ແລະ ສະຫະລັດອາເມລິກາ ໃນການຮ່ວມກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງຜູ້ນຳຂອງສອງປະເທດ ໃນວັນທີ 27-28 ກຸມພາ 2019, ທີ່ນະຄອນຮາໂນຍ, ຫວຽດນາມ. 

ສປປ ລາວ ຍັງໄດ້ກ່າວຊົມເຊີຍລັດຖະບານ ແລະ ປະຊາຊົນຫວຽດນາມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວ, ເຊິ່ງເປັນການປະກອບສ່ວນໃນການສ້າງສັນຕິພາບໃນພາກພື້ນ ແລະ ໃນໂລກ, ເຖິງວ່າໃນກອງປະຊຸມຈະບໍ່ມີການບັນລຸຂໍ້ຕົກລົງຮ່ວມໃດໆກໍຕາມ.

ອ່ານຕໍ່…

ໂຕະຂ່າວ