ສວນອຸດທິຍານທຳມະຊາດແຂວງສາລະວັນ ຈະກັບມາເປີດບໍລິການພາຍໃນເດືອນນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທ່ອງທ່ຽວທີ່ຕັ້ງຕາລໍຄອຍ ສາມາດເຂົ້າມາຮ່ວມມ່ວນຊື່ນກັບກິດຈະກຳທີ່ຫຼາກຫຼາຍ ແລະ ຊົມຄວາມສວຍງາມຂອງທຳມະຊາດໃນສວນອຸດທິຍານ ພູຜາສຸກ ແຂວງສາລະວັນ ເຊິ່ງຈະກັບມາເປີດໃຫ້ບໍລິການຕາມປົກກະຕິໃນກາງເດືອນນີ້.
ທ່ານ ປັນຍາ ມຸດສິກະ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ສວນອຸດທິຍານດັ່ງກ່າວໄດ້ທຳການປິດໃຫ້ບໍລິການໃນຊ່ວງລະດູຝົນຂອງທຸກໆປີ ເນື່ອງຈາກມີຝົກຕົກໜັກ ແລະ ເພື່ອຈຸດປະສົງໃນການບູລະນະສ້ອມແປງ.
ສວນອຸດທິຍານດັ່ງກ່າວ ປະກອບດ້ວຍຖ້ຳຫຼາຍແຫ່ງ, ໃນນັ້ນມີຖ້ຳ ພູຜາສຸກ ຊຶ່ງເປັນໜຶ່ງໃນຖ້ຳທີ່ສວຍງາມທີ່ສຸດ. ແຕ່ວ່າໃນຊ່ວງລະດູຝົນ ລະດັບນ້ຳພາຍໃນຖ້ຳດັ່ງກ່າວຈະຂຶ້ນສູງ ແລະ ບໍ່ສາມາດເຂົ້າຊົມໄດ້.
ສີລັດດາ ສຸລິຍົງ
http://annx.asianews.network/content/saravan-nature-park-reopen-month-105440