ອຳນາດການປົກຄອງພາກໃຕ້ ເລັ່ງມືໃນການປະເມີນຄວາມເສຍຫາຍຫຼັງນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງກຳລັງເລັ່ງມືການປະເມີນຄວາມເສຍຫາຍ ແລະ ການສູນເສຍຍ້ອນໄພນ້ຳຖ້ວມ ເນື່ອງຈາກການພັດຜ່ານຂອງພະຍຸເຂດຮ້ອນໂປດູ ເຊິ່ງໄດ້ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ ເຊັ່ນອາຄານໂຮງຮຽນ ທາງພາກໃຕ້ຂອງລາວ.
ວານນີ້ ເຈົ້າໜ້າທີ່ຮັບຜິດຊອບຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເປີດເຜີຍຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ໄດ້ທາງກະຊວງຮຽກຮ້ອງໃຫ້ເຈົ້າໜ້າທີ່ທ້ອງຖິ່ນໃນໂຮງຮຽນທີ່ປະສົບໄພນ້ຳຖ້ວມ ເລັ່ງມືການປະເມີນຄວາມເສຍຫາຍທັງໝົດ ແລະ ລາຍງານຜົນສະຫຼຸບເປັນຕົວເລກໃຫ້ແກ່ກະຊວງ.
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/southern-laos-speeds-school-damage-appraisal-after-flooding-104379