ຂະແໜງເອກະຊົນຂອງລາວບໍ່ຂະຫຍາຍຕົວຕາມແຜນ

ວຽງຈັນ (ວຽງຈັນທາມສ໌/ANN) – ການລົງທຶນຂອງວິສາຫະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດບໍ່ຂະຫຍາຍຕົວຕາມແຜນ ເຖິງວ່າລັດຖະບານຈະເພີ່ມມາດຕະການເພື່ອສົ່ງເສີມການຂະຫຍາຍຕົວຂອງຂະແໜງເອກະຊົນ ແລະ ຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ.

ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ ຫວ່າງໝໍ່ໆມານີ້ວ່າ ໃນຊ່ວງຫົກເດືອນທຳອິດຂອງປີນີ້ ບໍລິສັດເອກະຊົນໄດ້ມີການລົງທຶນໃນ 1,266 ໂຄງການ, ເຊິ່ງມີທຶນຈົດທະບຽນລວມ US$3.6 ຕື້ໂດລາ.

ເຖິງຢ່າງໃດກໍຕາມ, ທຶນໃນຕົວຈິງທີ່ມີການໂອນຜ່ານລະບົບທະນາຄານມີພຽງ US$1.09 ຕື້ໂດລາ, ຊຶ່ງທຽບເທົ່າກັບ 40 ເປີເຊັນຂອງເປົ້າໝາຍສຳລັບປີນີ້.

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/private-sector-investment-goes-boil-101259