ລາວ, ມາເລເຊຍສຶບຕໍ່ສາຍພົວພັນດ້ານວຽກງານປ້ອງກັນຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ມາເລເຊຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ລິເລີ່ມການຮ່ວມມືຢ່າງເລິກເຊິ່ງ ໃນວຽກງານປ້ອງກັນປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ຕາມກະຊວງປ້ອງກັນປະເທດຂອງມາເລເຊຍ, ບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ມີການລົງນາມ ໃນລະຫວ່າງການຢ້ຽມຢາມມາເລເຊຍຢ່າງເປັນທາງການຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໃນລະຫວ່າງວັນທີ 21-23 ມີນາທີ່ຜ່ານມາ. ເຊິ່ງເປັນການຢ້ຽມຢາມມາເລເຊຍຄັ້ງທຳອິດນັບແຕ່ເຂົ້າຮັບຕຳແໜ່ງໃນເດືອນເມສາປີ 2016.

ອ່ານຕໍ່…

ໂຕະຂ່າວ