ສປປ ລາວ ເປີດບໍລິການລົງທະບຽນອອນລາຍ ເພື່ອຮັບວັກຊິນປ້ອງກັນໂຄວິດ-19

ສປປ ລາວ ໄດ້ຈັດຕັ້ງໂຄງການລົງທະບຽນອອນລາຍ ເພື່ອຮັບວັກຊິກປ້ອງກັນໂຄວິດ-19 ໂດຍເນັ້ນໃສ່ບັນດາກຸ່ມສ່ຽງເປັນບູລິມະສິດ. ອີງຕາມແຈ້ງການຂອງ ສູນຂ່າວສານການແພດສຸຂະສຶກສາ ກ່າວວ່າ ການສັກຢາວັກຊິນປ້ອງກັນໂຄວິດ-19 ຈະມີຂື້ນໃນວັນທີ 2-3 ເມສາ ທີ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຫ່ງຕ່າງຢູ່ນະຄອນຫຼວງວຽງຈັນ.
ຜູ້ທີ່ມີເງື່ອນໄຂສາມາດລົງທະບຽນສັກຢາກັນພະຍາດໄດ້ທາງເວັບໄຊທ໌ທາງການ http://vaccinatelaos.la ຫຼື www.covid19.gov.la.
ໄພບູນ ທະນະບົວສີ