ລາວ, ຈີນລົງນາມຂໍ້ຕົກລົງຫຼາຍສະບັບ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນ ໄດ້ລົງນາມເອກະສານການຮ່ວມມືຊຸດໃໝ່ ເຊິ່ງເປັນການເສີມຂະຫຍາຍຫານຮ່ວມມືລະຫວ່າງສອງຊາດ.

ກະຊວງການຕ່າງປະເທດໄດ້ຖະແຫຼງໃນອາທິດນີ້ວ່າທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ແລະ ທ່ານ ສີ ຈີນຜິງ ປະທານປະເທດຈີນ ໄດ້ລົງນາມໃນແຜນແມ່ບົດການຮ່ວມມືສອງຝ່າຍ ເຊິ່ງໄດ້ວາງທິດທາງ ແລະ ແຜນການດຳເນີນງານສຳລັບສອງຊາດໃຫ້ກະຈ່າງແຈ້ງຍິ່ງຂຶ້ນ ເພື່ອເດີນຕາມແນວທາງການສ້າງຕັ້ງຊຸມຊົນລາວ-ຈີນ ທີ່ມີອະນາຄົດຮ່ວມກັນ.

ປະມຸກລັດຂອງສອງປະເທດຍັງໄດ້ເປັນສັກຂີພະຍານໃນການລົງນາມເອກະສານການຮ່ວມມີ 10 ສະບັບ ລະຫວ່າງສອງປະເທດ ທີ່ກຸງປັກກິ່ງໃນອາທິດນີ້ ຕາມການເປີດເຜີບຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດລາວ.

ອ່ານຕໍ່…

ເອກະພອນ ພູທອນສີ