ລາວສະໜັບສະໜູນການຂະຫຍາຍພື້ນຖານໂຄງລ່າງດ້ານການຄ້າ BRI ຂອງຈີນ

ປັກກິ່ງ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຢືນຢັນການສະໜັບສະໜູນຂອງລັດຖະບານລາວກ່ຽວກັບ ການລິເລີ່ມແຖບ ແລະ ເສັ້ນທາງ (BRI) ຂອງຈີນ, ໂດຍກ່າວວ່າໂຄງການລະດັບໂລກດັ່ງກ່າວຈະຊ່ວຍໃຫ້ປະເທດລາວ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາ ເປັນປະເທດແຫ່ງການເຊື່ອມຕໍ່ພາກພື້ນ.

ໃນກອງປະຊຸມ ແຖບ ແລະ ເສັ້ນທາງຄັ້ງທີສອງ ເພື່ອການຮ່ວມມືສາກົນ ທີ່ນະຄອນປັກກິ່ງໃນອາທິດແລ້ວນີ້, ທ່ານປະທານປະເທດລາວກ່າວວ່າ ການລິເລີ່ມແຖບ ແລະ ເສັ້ນທາງ ເຊິ່ງລິເລີ່ມໂດຍປະເທດຈີນໃນປີ 2013, ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານລາວໃນການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາເປັນປະເທດແຫ່ງການເຊື່ອມຕໍ່ພາກພື້ນ.

ອ່ານຕໍ່…

ເອກະພອນ ພູທອນສີ