ແອັບມືຖືບໍລິການລົດຮັບສົ່ງລາວ ຈະຈັດສະແດງໃນກອງປະຊຸມພາກພື້ນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ການປະຕິບັດການບໍລິການຮັບສົ່ງໃນລາວຈະເປັນຕົວແທນປະເທດລາວ ຢູ່ໃນກອງປະຊຸມການລິເລີ່ມນະວັດຕະກຳການທ່ອງທ່ຽວ ພາກພື້ນແມ່ນ້ຳຂອງ (MIST) ທີ່ປະເທດໄທໃນອາທິດໜ້ານີ້.
LOCA, ທຸລະກິດນະວັດຕະກຳໃໝ່ ແລະ ໜຶ່ງດຽວທີ່ໃຫ້ການບໍລິການລົດຮັບສົ່ງໃນລາວ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນປະເທດລາວ ໃນການເຂົ້າແຂ່ງຂັນຮອບສຸດທ້າຍໃນກອງປະຊຸມ MIST ໃນລະຫວ່າງວັນທີ 8-9 ຕຸລານີ້ ທີ່ນະຄອນບາງກອກ.
ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ ແລະ ຫົວໜ້າວິຊາການຂອງ LOCA ກ່າວໃນວັນພຸດນີ້ວ່າ ຂະແໜງການທ່ອງທ່ຽວແມ່ນສ່ວນປະກອບໜຶ່ງທີ່ສຳຄັນໃນ GDP ແລະ ການລິເລີ່ມທາງນະວັດຕະກຳຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວ ຍ້ອນການບໍລິການທີ່ສະດວກສະບາຍຄືຂອງທາງບໍລິສັດ.
ໂຕະຂ່າວວຽຈັນທາມສ໌
http://annx.asianews.network/content/lao-ride-hailing-service-app-feature-mekong-meet-105511