ນາຍົກລາວເນັ້ນການນຳໃຊ້ຫຼັກການຮ່ວມມືສາກົນໃນກອງປະຊຸມສາກົນ

ໂຕກຽວ (ວຽງຈັນທາມສ໌/ANN) – ການຍືດຖື ແລະ ປະຕິບັດຕາມຫຼັກການສາກົນທີ່ມີຢູ່ແມ່ນວິທີທີ່ດີທີ່ສຸດເພື່ອຂ້າມຜ່ານສິ່ງທ້າທາຍໃນປະຈຸບັນ, ໃນຂະນະທີ່ການຈັດຕັ້ງຫຼັກການສາກົນໃໝ່ອາດເປັນອີກຫນຶ່ງທາງເລືອກໃນການແກ້ໄຂບັນຫາທີ່ເກີດຂຶ້ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມນຕີກ່າວໃນກອງປະຊຸມສາກົນທີ່ປະເທດຍີ່ປຸ່ນໃນວັນສຸກທີ່ຜ່ານມາ.

ກອງປະຊຸມອະນາຄົດຂອງອາຊີ, ພາຍໃຕ້ຫົວຂໍ້ທີ່ວ່າ “ການຄົ້ນຫາລະບຽບຫຼັກການສາກົນໃໝ່ – ການຂ້າມຜ່ານຄວາມສັບສົນວຸ້ນວາຍ” ເຊິ່ງຈັດຂຶ້ນເມື່ອລະບຽບຫຼັກການສາກົນພວມໄດ້ຮັບການຂົ່ມຂູ່ ແລະ ຖືກຄຸກຄາມ. ທົ່ວໂລກກຳລັງຕົກຢູ່ໃນສະພາບຄວາມບໍ່ແນ່ນອນ ເຊັ່ນ ສົງຄາມການຄ້າລະຫວ່າງສະຫະລັດ-ຈີນ ແລະ ການເກີດຂຶ້ນຂອງລັດທິຄຸ້ມຄອງການຄ້າ.

ອ່ານຕໍ່…

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/lao-pm-emphasises-rule-based-world-order-int%E2%80%99l-conference-97747