ເຈົ້າໜ້າທີ່ສາທາເພີ່ມທະວີຄວາມພະຍາຍາມໃນການຄວບຄຸມການລະບາດຂອງພະຍາດໄຂ້ເລືອດອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກ ແລະ ທີມແພດໃນໂຮງໝໍທົ່ວປະເທດ ລວມທັງນະຄອນຫຼວງວຽງຈັນ ກຳລັງເພີ່ມທະວີຄວາມພະຍາຍາມໃນການຄວບຄຸມກໍລະນີຄົນເຈັບຍ້ອນພະຍາດໄຂ້ເລືອດອອກທີ່ເພີ່ມສູງຂຶ້ນໃນປີນີ້.

ໂຮງໝໍລາຍແຫ່ງໃນນະຄອນຫຼວງວຽງຈັນໄດ້ມີການໝູນໃຊ້ພື້ນທີ່ລະບຽງ ແລະ ຫ້ອງປະຊຸມເພື່ອຮອງຮັບຈຳນວນຄົນເຈັບທີ່ເພີ່ມຂຶ້ນ ຍ້ອນຫ້ອງພັກຄົນເຈັບບໍ່ພຽງພໍ ແລະ ບາງແຫ່ງກໍມີການນຳໃຊ້ຕຽງເສີມ.

ມາເຖິງວັນທີ 3 ກໍລະກົດປີນີ້ ມີຄົນເຈັບຍ້ອນພະຍາດດັ່ງກ່າວທັງໝົດ 10,778 ກໍລະນີໃນທົ່ວປະເທດ, ມີຜູ້ເສຍຊີວິດ 25 ກໍລະນີ ຕາມບົດລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.

ອ່ານຕໍ່…

 

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/health-authorities-laos-redoubling-efforts-limit-dengue-fever-outbreak-99587