ແຮງງານໝູນວຽນແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຮງງານໝູນວຽນ ພ້ອມເມຍຂອງເຂົາເຈົ້າແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ, ຕາມການເປີດເຜີຍໃນການສຳຫຼວດຂອງສູນປິ່ນປົວພະຍາດ HIV/AIDS/ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ແລະ ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ.

ທ່ານນາງ ທຳມາ ເພັດວິໄຊ ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ ສະແດງຜົນການຄົ້ນຄວ້າດັ່ງກ່າວໃນກອງປະຊຸມຫຼ້າສຸດເພື່ອການຫາລືວິທີການໃນການສະກັດກັ້ນການແຜ່ລະບາດຂອງພະຍາດ HIV/AIDS/ພຕພ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ