ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ຫຍັບເຂົ້າໃກ້ການເປັນມໍລະດົກໂລກ
![](https://laos.pp.opendevelopmentmekong.net/wp-content/uploads/sites/3/2019/08/free_P1-150x150.gif)
ລາວກຳລັງເລັ່ງມືໃນການກະກຽມໜັງສືເພື່ອຍື່ນສະເໜີໃຫ້ຈັດປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກຂອງ UNESCO.
ກອງປະຊຸມຂອງຄະນະກວດກາແຫ່ງຊາດຊຸດທີ 8 ກ່ຽວກັບການຍື່ນສະເໜີດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້, ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ສີລັດດາ ສຸລິຍົງ