ລາວສົ່ງເສີມຜະລິດຕະພັນກາເຟລາວໃນຕະຫຼາດທ້ອງຖິ່ນ ແລະ ສາກົນ

ລັດຖະບານໄດ້ມີການສົ່ງເສີມການຜະລິດກາເຟໃນ 11 ແຂວງທົ່ວປະເທດ ເພື່ອສະໜອງຜະລິດຕະພັນທີ່ມີຄຸນນະພາບສູງເຂົ້າສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ. 

ປະເດັນດັ່ງກ່າວໄດ້ຍົກຂຶ້ນຫາລືໃນກອງປະຊຸມທີ່ວຽງຈັນໃນວັນສຸກທີ່ຜ່ານມາ ເພື່ອທົບທວນການຂະຫຍາຍແຜນການຜະລິດກາເຟສຳລັບປີ 2015-2018 ແລະ ແຜນການໃນຕໍ່ໜ້າ.

ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງທ່ານ (ປອ) ພວງ ປະຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ການເຂົ້າຮ່ວມຂອງພະນັກງານ ແລະ ຜູ້ປະກອບການທີ່ກ່ຽວຂ້ອງໃນຂະແໜງການຜະລິດກາເຟ.

ອ່ານຕໍ່…

ໜ່ວຍຂ່າວວຽງຈັນທາມສ໌