ນ້ຳຖ້ວມເຮັດໃຫ້ລາຄາເຂົ້າສານ ແລະ ຊີ້ນໝູ ຢູ່ທາງພາກໃຕ້ຂອງລາວ ເພີ່ມສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາຄາຊີ້ນໝູ ແລະ ເຂົ້າສານເພີ່ມສູງຂຶ້ນ ຢູ່ແຂວງພາກໃຕ້ທີ່ປະສົບໄພນ້ຳຖ້ວມ ແຕ່ກໍຍັງຢູ່ໃນລະດັບທີ່ສາມາດຊື້ຂາຍໄດ້ ພາຍໃຕ້ການແຊກແຊງຂອງລັດຖະບານ.
ລາຄາເຂົ້າສານເພີ່ມຂຶ້ນປະມານ 500 ເຖິງ 1000 ກີບຕໍ່ກິໂລ, ສ່ວນລາຄາຊີ້ນໝູເພີ່ມຂຶ້ນປະມານ 5,000 ກີບຕໍ່ກິໂລ ເນື່ອງຈາກພໍ່ຄ້າຊາວຂາຍປະສົບບັນຫາດ້ານການຂົນສົ່ງສິນຄ້າ, ຕາມການເປີດເຜີຍຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ.
ຖະໜົນຫຼາຍສາຍໄດ້ຖືກນ້ຳຖ້ວມ ແລະ ພັງເສຍຫາຍ, ເຮັດໃຫ້ຊາວຄ້າຂາຍ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງລູກຄ້າ.