ທຸລະກິດໃນເຂດບໍ່ເຕັນກັບມາຄຶກຄັກອີກຄັ້ງ

ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ໃນຊ່ວງສິບປີຫຼັງ, ເມືອງຊາຍແດນ ບໍ່ເຕັນ ແຂວງຫຼວງນ້ຳທາ ເຄີຍຄຶກຄັກໄປດ້ວຍໄຟແສງສີ, ຟົດຟື້ນໄປດ້ວຍນັກທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດຕ່າງໆເຊິ່ງເປັນສູນກາງຂອງກາຊີໂນ ແລະ ແຫຼ່ງການພະນັນ ທີ່ດຶງດູດນັກທ່ອງທ່ຽວຈີນຫຼາຍພັນຄົນຈາກທົ່ວສາລະທິດຊາຍແດນທາງພາກເໜືອຂອງລາວໃນແຕ່ລະເດືອນ.

ເມື່ອສະຖານກາຊິໂນໄດ້ມີການປິດຕົວໃນປີ 2012, ນັກທ່ອງທ່ຽວກໍຫົດຫາຍ ແລະ ທຸລະກິດຕ່າງໆໄດ້ມີການປິດກິດຈະການຢ່າງຖາວອນ. ເປັນເຫດໃຫ້ຈຳນວນປະຊາກອນຫຼຸດໜ້ອຍລົງຢ່າງຈະແຈ້ງ, ເມື່ອຂ້າພະເຈົ້າເດີນທາງໄປຢ້ຽມຢາມໃນສອງສາມປີຫຼັງ ບໍ່ເຕັນຍັງຄົງເຫຼືອແຕ່ເສດຊາກຂອງຄວາມຈະເລີນໃນເມື່ອກ່ອນ. ຫ້າງຮ້ານທີ່ເປັນໃຈກາງທຸລະກິດຖືກປົກຄຸມໄປດ້ວຍຫຍ້າ, ຄາບສີທີ່ລອກຈາກຝາ ແລະ ປ່ອງອ້ຽມແກ້ວທີ່ແຕກກະຈາຍ ແລະ ປະຊາຊົນຈຳນວນໜ້ອຍທີ່ຍັງຢູ່ອາໄສເບິ່ງຄືໄຮ້ຊີວິດຊີວາ ພາຍໃຕ້ເສດຊາກຕົວເມືອງທີ່ຢູ່ອ້ອມຮອບ.

ອ່ານຕໍ່…

 

 

ຄອນສະຫວັນ ລາດຊະເພົາ
http://annx.asianews.network/content/feature-business-booms-again-bustling-boten-98047