ບົດຄວາມບັນນາທິການ: ໜັງສືພິມຂະແມທາມສ໌ ບິດເບືອນຂໍ້ມູນກ່ຽວກັບບັນຫາຫຼັກໝາຍຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ບົດຂ່າວນີ້ຕ້ອງການສື່ເຖິງສາທາລະນະຊົນ, ໂດຍສະເພາະຊາວກຳປູເຈຍ ແລະ ສາກົນ ກ່ຽວກັບຂໍ້ມູນທີ່ບໍ່ຖືກຕ້ອງເຊິ່ງອາດນຳໄປສູ່ຄວາມເຂົ້າໃຈຜິດກ່ຽວກັບຈຸດຢືນຂອງສອງປະເທດ, ໂດຍສະເພາະແມ່ນສົ່ງຜົນກະທົບຕໍ່ນະໂຍບາຍ ແລະ ຄວາມພະຍາຍາມຂອງລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການແກ້ໄຂບັນຫາດັ່ງກ່າວ.

ໃນວັນທີ 6 ມີນາ, ໜັງສືພິມຂະແມທາມສ໌ ໄດ້ເຜີຍແຜ່ບົດຂ່າວໃນຫົວຂໍ້ “ຫຼັກໝາຍຊາຍແດນຮ່ວມກັບລາວຍັງຄົງບໍ່ໄດ້ຮັບການແກ້ໄຂ”, ເຊິ່ງມີເນື້ອໃນບິດເບືອນຕໍ່ຄວາມເປັນຈິງກ່ຽວກັບບັນຫາດັ່ງກ່າວ, ໂດຍອ້າງວ່າວຽກງານຫຼັກໝາຍຊາຍແດນລະຫວ່າງປະເທດລາວໄດ້ຖືກຢຸດຊະງັກຍ້ອນຝ່າຍລາວ.

ອ່ານຕໍ່…

ທີມບັນນາທິການ