ສະຖາບັນການເງິນດົງຄຳຊ້າງ ວາງສິລາເລີກໂຄງການກໍ່ສ້າງໄລຍະທີສາມ

ສະຖາບັນເສດຖະກິດ ແລະ ການເງິນດົງຄຳຊ້າງໄດ້ເລີ່ມຕົ້ນການກໍ່ສ້າງໃນໄລຍະທີສາມ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການສ້າງສະຖາບັນໃຫ້ເປັນສູນການສຶກສາດ້ານການເງິນອັນດັບຕົ້ນໆຂອງປະເທດ.

ພິທີວາງສິລາເລີກສຳລັບການກໍ່ສ້າງໃນໄລຍະທີສາມດັ່ງກ່າວໄດ້ມີຂຶ້ນທີ່ສະຖາບັນໃນວັນສຸກຜ່ານມານີ້ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນຂອງລາວ ແລະ ທ່ານ ດິນ ຕຽນ ດັງ ລັດຖະມົນຕີກະຊວງການເງິນຂອງຫວຽດນາມ.

ໂຄງການກໍ່ສ້າງສະຖາບັນເສດຖະກິດ ແລະ ການເງິນດົງຄຳຊ້າງ ແມ່ນໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມ. ເຊິ່ງແບ່ງເປັນສາມໄລຍະ, ໄລຍະທີໜຶ່ງໄດ້ສຳເລັດໃນທ້າຍປີ 2008 ສ່ວນໄລຍະທີສອງແມ່ນສຳເລັດໃນປີ 2014.

ອ່ານຕໍ່… 

ເພັດສະໝອນ ຈັນດາລາ