ພະຍາດໄຂ້ເລືອດອອກລະບາດໜັກໃນວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງໝໍໃຫຍ່ໆໃນວຽງຈັນປະຈຸບັນແມ່ນເຕັມໄປດ້ວຍຄົນເຈັບຍ້ອນພະຍາດໄຂ້ເລືອດອອກ ເຮັດໃຫ້ພາກສ່ວນກ່ຽວຂ້ອງມີຄວາມກັງວົນຕໍ່ຄວາມສາມາດໃນການຈັດການກັບການລະບາດຂອງພະຍາດດັ່ງກ່າວ.

ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິລາດ, ໂຮງໝໍເດັກ ແລະ ໂຮງໝໍມິດຕະພາບ ແລະ ໂຮງໝໍ 103 ຕ້ອງໄດ້ໝູນໃຊ້ພື້ນທີ່ລະບຽງ ແລະ ຫ້ອງປະຊຸມໃນການຮັບຮອງຄົນເຈັບ ເນື່ອງຈາກປະຈຸບັນພື້ນທີ່ ແລະ ຕຽງນອນສຳລັບປິ່ນປົວຄົນເຈັບແມ່ນບໍ່ພຽງພໍ.

ອ່ານຕໍ່…

 

ໄຊຊະນະ ລືໄກ
http://annx.asianews.network/content/dengue-fever-outbreak-reaches-alarming-level-99458