ສູນບໍລິການໃຫ້ຄຳປຶກສາແຂວງຈຳປາສັກຈະສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດແຂວງພາກໃຕ້

ວຽງຈັນ (ວຽງຈັນທາມສ໌) – ສູນບໍລິການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງແຂວງຈຳປາສັກ (SSC) ມີເປົ້າໝາຍແນໃສ່ສ້າງຄາມເຂັ້ມແຂງດ້ານຄວາມສາມາດຂອງທຸລະກິດ SMEs ແຂວງພາກໃຕ້ ເພື່ອເລັ່ງໃສ່ການຂະຫຍາຍທຸລະກິດ ແລະ ເພີ່ມທະວີການແຂ່ງຂັນທຸລະກິດໃນພາກ.

ສູນດັ່ງກ່າວໄດ້ມີການເປີດບໍລິການຢ່າງເປັນທາງການໃນວັນພຸດນີ້. ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບົວສອນ ວົງສອງກອນ ຮອງເຈົ້າແຂວງແຂວງຈຳປາສັກ, ແລະ ຜູ້ຕາງໜ້າຈາກຫ້ອງການການຄ້າ ແລະ ອຸດສາຫະກຳແຂວງຈຳປາສັກ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/champassak-advisory-centre-strengthen-business-southern-provinces-102511