ການເລັ່ງລັດທາງດ້ານທຸລະກິດເປັນສາເຫດຂອງບັນຫາສວນກ້ວຍ, ລັດຖະມົນຕີກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ກ່າວໃນມື້ວານນີ້ວ່າ ບັນຫາກ່ຽວກັບສວນກ້ວຍໃນລາວ ແມ່ນເນື່ອງມາຈາກນັກລົງທຶນດຳເນີນການເຈລະຈາໂດຍກົງກັບຊຸມຊົນທ້ອງຖິ່ນ ແທນທີ່ຈະດຳເນີນຂັ້ນຕອນຕາມລະບຽບກົດໝາຍຢ່າງເປັນທາງການ.

ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກ່າວຕໍ່ໜັງສືພິມວຽງຈັນທາມສ໌ວ່າ ບັນຫາທີ່ເກີດຂຶ້ນຈາກສວນກ້ວຍ ເຊິ່ງສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ປະຊາຊົນໃນບາງທ້ອງຖິ່ນ ແມ່ນເກີດຂຶ້ນຍ້ອນບັນດາຫົວໜ່ວຍທຸລະກິດ ແລະ ນັກລົງທຶນ ໄດ້ທຳການຫາລືການເຊົ່າທີ່ດິນກັບແຕ່ລະຊຸມຊົນ ແລະ ຈັດຕັ້ງທຸລະກິດພາຍຫຼັງບັນລຸຂໍ້ຕົກລົງກັບອຳນາດການປົກຄອງທ້ອງຖິ່ນ.

ອ່ານຕໍ່…

 

ສຸກນິລັນດອນ ສຸທິວົງນໍລາດ