ອຳນາດການປົກຄອງຈະແຈກຢາຍແນວພັນເຂົ້າສຳລັບຊາວກະສິກອນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງກະສິກຳຢືນຢັນວ່າ ມີແນວພັນເຂົ້າ 1,500 ໂຕນພ້ອມທີ່ຈະແຈກຢາຍໃຫ້ແກ່ຊາວນາ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນຫົກແຂວງພາກກາງ ແລະ ພາກໃຕ້ຂອງລາວ.

ທ່ານ ກອງສີ ໄຊຍະວົງ ຫົວໜ້າຂະແໜງສົ່ງເສີມການຜະລິດ, ກົມສົ່ງເສີມວິຊາການ ແລະ ປຸງແຕ່ງກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວໃນວັນສຸກແລ້ວນີ້ວ່າ ທາງຂະແໜງໄດ້ກະກຽມແນວພັນເຂົ້າ 1,500 ໂຕນ ສຳລັບການເຮັດນາແຊງໃນເດືອນພະຈິກເຖິງມີນານີ້.

ອ່ານຕໍ່…

ອຸ່ນຄຳ ພິມມະຕະ
http://annx.asianews.network/content/authorities-cultivating-rice-seed-aid-flood-affected-farmers-laos-104199