ອອສ໌ເຕຣເລຍສົມຄວນໄດ້ຮັບເຄຣດິດໃນການເຊື່ອມໂຍງປະເທດລາວກັບທົ່ວໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມຢູ່ໃນໄລຍະການຫັນຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລມາ ເປັນປະເທດທີ່ເປັນສູນກາງການເຊື່ອມຕໍ່ທາງບົກໃນພາກພື້ນ ເຊິ່ງກຳລັງຢູ່ໃນໄລຍະການກໍ່ສ້າງຂົວຂ້າມນ້ຳຂອງ, ຖະໜົນ ແລະ ພື້ນຖານໂຄງລ່າງຕ່າງໆ ເພື່ອເຊື່ອມຕໍ່ກັບປະເທດເພື່ອບ້ານໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ຈີນ.

ໜຶ່ງໃນໂຄງການທີ່ມີບົດບາດສຳຄັນໃນການເຊື່ອມຕໍ່ປະເທດລາວກັບທົ່ວໂລກແມ່ນໂຄງການກໍ່ສ້າງທາງລົດໄຟລາວ-ຈີນທີ່ພວມກຳລັງດຳເນີນ. ຕອນທາງລົດໄຟ ເຊິ່ງຕັດຈາກຊາຍແດນຈີນເຖິງນະຄອນວຽງຈັນ ຈະເປັນສ່ວນໜຶ່ງຂອງເສັ້ນທາງລົດໄຟສິງກະໂປ-ຄຸນໝິງ, ຊຶ່ງເປັນເສັ້ນທາງເຊື່ອມຕໍ່ທີ່ສຳຄັນຂອງບັນດາປະເທດໃນອາຊຽນ.

ອ່ານຕໍ່…

ເອກະພອນ ພູທອນສີ