ປະເທດສະມາຊິກອາຊຽນທົບທວນຄວາມຄືບໜ້າກ່ຽວກັບແຜນງານເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ເສດຖະກິດລະດັບສູງຈາກ 10 ປະເທດສະມາຊິກອາຊຽນ, ເລຂາທິການອາຊຽນ ແລະ 4 ຄູ່ຮ່ວມເຈລະຈາ ໄດ້ປະຊຸມທີ່ວຽງຈັນໃນອາທິດນີ້ ເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳທາງດ້ານເສດຖະກິດ.

ກອງປະຊຸມເຈົ້າໜ້າທີ່ເສດຖະກິດລະດັບສູງອາຊຽນຄັ້ງທີ່ສອງ ເພື່ອກະກຽມສຳລັບກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີຫ້າ ແມ່ນມີຂຶ້ນໃນລະຫວ່າງວັນທີ 4-7 ເມສານີ້ ພາຍໃຕ້ການເປັນປະທານຂອງທ່ານນາງ ອໍຣະມົນ ສຸພະທະວີທຸມ ຫົວໜ້າກົມການເຈລະຈາການຄ້າ, ກະຊວງພານິດປະເທດໄທ.

ອ່ານຕໍ່…

ໂຕະຂ່າວ