ຄົ້ນພົບພະພຸດທະຮູບເກົ່າແກ່ທີ່ແຂວງຄຳມ່ວນ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ປະຊາຊົນທ້ອງຖິ່ນໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ປະມານ 60 ອົງ ທີ່ຖ້ຳຜາພີນ້ອຍ ໃກ້ບ້ານຄຳຜາແຫຼ່ງ ເມືອງມະຫາໄຊ ແຂວງຄຳມ່ວນ, ເຊິ່ງເຈົ້າໜ້າທີ່ຄາດວ່າມີອາຍຸເກົ່າແກ່ຫຼາຍຮອຍປີ.

ທ່ານ ໄກ່ແກ້ວ ບຸນມະນີ ເຈົ້າໜ້າທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງມະຫາໄຊເປີດເຜີຍຜ່ານໜັງສືພິມວຽງຈັນທາມສ໌ວ່າ ພະພຸດທະຮູບດັ່ງກ່າວແມ່ນເຮັດດ້ວຍໄມ້ຈັນພະມ້າ (ເຊິ່ງເປັນພັນໄມ້ຫອມຄ້າຍກັບໄມ້ຈັນຫອມ).

ອ່ານຕໍ່…

ສີລັດດາ ສຸລິຍົງ