ການພັດທະນາດ້ານສັງຄົມ

ລັດຖະບານລາວ ກຽມພ້ອມເປີດເສັ້ນທາງລົດໄຟລາວ-ຈີນໃນປີ 2021

ວຽງຈັນ – ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ກຳລັງຮຽນຮູ້ກ່ຽວກັບການປະຕິບັດການທາງລົດໄຟຈາກຜູ້ຊ່ຽວຊານຈີນ ທີ່ນະຄອນຫຼວງວຽງຈັນ ເພື່ອກະກຽມສຳລັບການເປີດເສັ້ນທາງລົດໄຟລາວ-ຈີນ ໃນປີ 2021.ຫຼັກສູດຝຶກອົບຮົມກ່ຽວກັບເທັກໂນໂລຢີທາງລົດໄຟຂັ້ນສຸດທ້າຍ ກຳລັງຈັດຂຶ້ນທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ແຕ່ວັນສຸກແລ້ວນີ້ ເຖິງວັນທີ 28 ພະຈິກ, ເຊິ່ງມີຜູ້ເຂົ້າຮ່ວມຫຼັກສູດດັ່ງກ່າວ 45 ຄົນ, ຕາມການລາຍງານຂອງສຳນັກຂ່າວທ້ອງຖິ່ນ ວຽງຈັນທາມສ໌ໃນວັນຈັນນີ້.ອ່ານຕໍ່ ...

Xinhua News

ລັດຖະບານ, ອົງການ UNICEF ສັນຍາຈະສ້າງອານາຄົດທີ່ດີໃຫ້ແກ່ເດັກນ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວໃນວັນຈັນນີ້ວ່າ ອົງການຈັດຕັ້ງຫຼັກແຫຼ່ງ ເຊັ່ນ ຄະນະກຳມາທິການແຫ່ງຊາດເພື່ອການພັດທະນາແມ່ຍິງ, ແມ່ ແລະ ເດັກນ້ອຍ ຈະສືບຕໍ່ປະຕິບັດໜ້າທີ່ ເພື່ອການປົກປ້ອງ, ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວ ເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ມາເປັນກ້ອນກຳລັງແຮງທີ່ມີປະສິດທິພາບຂອງສັງຄົມ.ທ່ານນາຍົກໄດ້ກ່າວຄຳເຫັນດັ່ງກ່າວໃນກອງປະຊຸມລາວໃນຍຸກ 2030 ເຊິ່ງຈັດຂຶ້ນທີ່ນະຄອນວຽງຈັນ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສົນທິສັນຍາວ່າດ້ວຍສິດທິເດັກ ຄົບຮອບ 30 ປີ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລັດຖະບານ,​ ອົງການຢູນິເຊັບ ສັນຍາຈະຫຼຸດຜ່ອນຄວາມທຸກຍາກໃນທຸກຮູບແບບສຳລັບເດັກນ້ອຍ

(ຂປລ) ລັດຖະບານລາວ, ອົງການຢູນິເຊັບ, ຮອງເຈົ້າແຂວງ, ຂະແໜງເອກະຊົນ, ອົງການຈັດຕັ້ງສົງຄົມສົງເຄາະ, ບັນດາຄູ່ຮ່ວມພັດທະນາ ແລະ ເດັກນ້ອຍ ໄດ້ເຕົ້າໂຮມກັນໃນມື້ນີ້ (11 ພະຈິກ) ທີ່ນະຄອນຫຼວງວຽງຈັນ ໃນກອງປະຊຸມລາວໃນຍຸກ 2030 ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສົນທິສັນຍາວ່າດ້ວຍສິດທິເດັກ (CRC) ຄົບຮອບ 30 ປີ.“ເດັນນ້ອຍຄືຜູ້ນຳໃນອະນາຄົດ ແລະ ຈະເປັນຕົວຂັບເຂື່ອນ ສປປ ລາວ ໄປສູ່ຄວາມຈະເລີນສີວິໄລ. ໂດຍການສົ່ງເສີມສິດທິເດັກ ແລະ ການລົງທຶນໃນເດັກນ້ອຍໃນມື້ນີ້, ຈະສາມາດຮັບປະກັນອະນາຄົດອັນສົດໃສ ທີ່ບໍ່ສະເພາະແຕ່ສຳລັບເດັກເທົ່ານັ້ນ, ແຕ່ເພື່ອປະເທດຊາດບ້ານເມືອງໂດຍລວມ,” ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ມະຫາວິທະຍາໄລສະຫວັນນະເຂດ ສະເຫຼີມສະຫຼອງວັນຄົບຮອບ 10 ປີ

ໃນອາທິດແລ້ວນີ້ ມະຫາວິທະຍາໄລສະຫວັນນະເຂດ ໄດ້ເປັນເຈົ້າພາບຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລຄົບຮອບ 10 ປີ, ເປັນມະຫາວິທະຍາໄລຂອງລັດແຫ່ງທີ່ສີ່ຂອງປະເທດລາວ, ພາຍຫຼັງມີການເປີດຮັບນັກສຶກສາມາແຕ່ເດືອນຕຸລາປີ 2009, .ນັກສຶກສາຈາກທົ່ວປະເທດ ສະແຫວງຫາສະຖານການສຶກສາລະດັບມະຫາວິທະຍາໄລໃນອັດຕາທີ່ເພີ່ມຂຶ້ນ ແລະ ປະຈຸບັນທາງມະຫາວິທະຍາໄລຮັບນັກສຶກສາມາແລ້ວທັງໝົດ 8,811 ຄົນ.ມະຫາວິທະຍາໄລດັ່ງກ່າວປະກອບໄປດ້ວຍຄະນະວິຊາຕ່າງໆ ຄື ກະເສດສາດ ແລະ ສິ່ງແວດລ້ອມ, ບໍລິຫານທຸລະກິດ, ພາສາສາດ, ມະນຸດສາດ, ເທັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ວິທະຍາສາດການປຸງແຕ່ງອາຫານ, ການສຶກສາ, ວິທະຍາສາດທຳມະຊາດ, ແລະ ວິສະວະກຳສາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວສະໜັບສະໜູນການສົ່ງເສີມສິດທິເດັກໃນເວທີອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຢືນຢັນເຈດຈຳນົງໃນການສະໜັບສະໜູນພາລະກິດການສົ່ງເສີມສິດທິຂອງເດັກນ້ອຍ ແລະ ແມ່ຍິງໃນພາກພື້ນ, ໂດຍເຫັນວ່າເປັນການປະກອບສ່ວນທີ່ສຳຄັນ ໃນການຜັນຂະຫຍາຍວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງໃນຊຸມຊົນອາຊຽນ.ທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນນາມຂອງລັດຖະບານລາວ ໃນກອງປະຊຸມສະພາຊຸມຊົນວັດທະທຳ-ສັງຄົມອາຊຽນ ຄັ້ງທີ 22 ເຊິ່ງຈັດຂຶ້້ນໃນລະຫວ່າງກອງປະຊຸມສຸດຍອດອາຊຽນຄັ້ງທີ 33​ ທີ່ບາງກອກ, ໄທ ໃນວັນທີ 2 ພະຈິກນີ້. ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນຫົວຂໍ້ “ການເສີມຂະຫຍາຍການຮ່ວມມືເພື່ອກ້າວສູ່ຄວາມຍືນຍົງ” ພາຍໃຕ້ການເຂົ້າຮ່ວມຂອງຄະນະລັດຖະມົນຕີວັດທະນະທຳ ແລະ ສັງຄົມອາຊຽນ.ອ່ານຕໍ່ ...

ເອກະພອນ ພູທອນສີ

ມຊ ຈະເປັນເຈົ້າພາບຈັດກອງປະຊຸມການຄົ້ນຄວ້າວິທະຍາສາດສາກົນ

ວຽງຈັນ (ວຽງຈັນທາມສ໌) – ບັນຄະນະວິຊາໃນມະຫາວິທະຍາໄລແຫ່ງຊາດລາວ (ມຊ), ສະຖາບັນ ແລະ ຊ່ຽວຊານຕ່າງປະເທດ ຈະຂຶ້ນນຳສະເໜີບົດຄົ້ນຄວ້າຂອງຕົນ ໃນກອງປະຊຸມສາກົນວ່າດ້ວຍການຄົ້ນຄວ້າວິທະຍາສາດ, ເທັກໂນໂນຢີ ແລະ ນະວັດຕະກຳເພື່ອການພັດທະນາແບບຍືນຍົງ ທີ່ ມຊ ໃນວັນທີ 5-6 ພະຈິກນີ້.ກອງປະຊຸມດັ່ງກ່າວແມ່ນຈັດໂດຍຫ້ອງການຄົ້ນຄວ້າ ແລະ ບໍລິການການສຶກສາ ມຊ ເຊິ່ງຈະມີຄູອາຈານ ແລະ ນັກຄົ້ນຄວ້າເຂົ້າຮ່ວມທັງໝົດ 98 ຄົນ ທັງລະດັບປະລິນຍາໂທ, ປະລິນຍາເອກ ແລະ ລະດັບອາຊີບ ຈາກ 13 ຄະນະວິຊາ ລວມເຖິງບັນດານັກຄົ້ນຄວ້າຈາກຕ່າງປະເທດ ທີ່ຈະມາບັນຍາຍຜົນງານການຄົ້ນຄວ້າໃນຂະແໜງວິຊາຂອງຕົນ.ອ່ານຕໍ່  ...

ສັງຄົມໄຊ ບຸບຜານຸວົງ

ສູນທີ່ປຶກສາບັນຫາຢາເສບຕິດ ນະຄອນຫຼວງວຽງຈັນ ໄດ້ຮັບການຍົກລະດັບ

ສູນທີ່ປຶກສາ ນະຄອນຫຼວງວຽງຈັນ ທີ່ໃຫ້ການບຳບັດຜູ້ຕິດຢາເສບຕິດ ໄດ້ຮັບການບູລະນະຂະຫຍາຍ, ເພື່ອໃຫ້ສາມາດຮອງຮັບຈຳນວນຜູ້ຕິດຢາທີ່ຕ້ອງການຄຳປຶກສາ ແລະ ການບຳບັດ ທີ່ເພີ່ມຂຶ້ນ.ສູນດັ່ງກ່າວ ເຊິ່ງຕັ້ງຢູ່ໂຮງໝໍເມືອງສີສັດຕະນາກ ມີການໃຫ້ຄຳປຶກສາໂດຍບໍ່ເສຍຄ່າ ແລະ ໃຫ້ກການບຳບັດໂດຍຊຸມຊົນ, ຕາມສຳນັກຂ່າວວຽງຈັນທາມສ໌.ອ່ານຕໍ່ ...

Taejun Kang

ມະຫາວິທະຍາໄລວິທະຍາສາດການແພດ ໄດ້ຮັບການແຈກຢາຍປື້ມຈັນຍາບັນໃນການຄົ້ນຄວ້າວິໄຈ

(ຂປລ) ປື້ມຄູ່ມືການຄົ້ນຄວ້າ “ຈັນຍາບັນໃນການຄົ້ນຄວ້າວິໄຈໃນລາວ ແລະ ປະເທດໃນພາກພື້ນແມ່ນ້ຳຂອງ” 250 ກວ່າສະບັບ ໄດ້ມີການແຈກຢາຍໃຫ້ແກ່ມະຫາວິທະຍາໄລວິທະຍາສາດການແພດ (UHS) ເພື່ອນຳໃຊ້ເປັນຄູ່ມືໃນການດຳເນີນການຄົ້ນຄວ້າໃຫ້ມີຈັນຍາບັນ ເພື່ອເປັນແນວທາງໃຫ້ແກ່ແພດໝໍ, ຄູອາຈານ, ນັກສຶກສາ,​ ນັກຄົ້ນຄວ້າ ແລະ ຜູ້ບໍລິຫານ ໃນການດຳເນີນການສຶກສາຄົ້ນຄວ້າ.ອ່ານຕໍ່  ...

ໂຕະຂ່າວ ຂປລ

ນັກສຶກສາກະເສດຮຽນຮູ້ກ່ຽວກັບຕ່ອງໂສ້ຄຸນຄ່າດ້ານສະບຽງອາຫານຂອງຍີ່ປຸ່ນ

ນັກສຶກສາຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮຽນຮູ້ກ່ຽວກັບຕ່ອງໂສ້ຄຸນຄ່າດ້ານສະບຽງອາຫານຂອງຍີ່ປຸ່ນ ໃນການຝຶກອົບຮົມທີ່ພາກວິຊາສັດຕະວະແພດ ອາທິດແລ້ວນີ້.ຄະນະກະເສດສາດໄດ້ຮ່ວມຈັດຕັ້ງການຝຶກອົບຮົມ ໃນລະຫວ່າງວັນທີ 21-25 ຕຸລານີ້ ພາຍໃຕ້ໂຄງການຮ່ວມມືອາຊຽນ-ຍີ່ປຸ່ນ ກ່ຽວກັບຕ່ອງໂສ້ຄຸນຄ່າດ້ານສະບຽງອາຫານຂອງຍີ່ປຸ່ນ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ໂຄງການ ມຊ ຊ່ວຍສ້າງຄວາມສາມາດໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ (ມຊ) ລາຍງານຄວາມຄືບໜ້າໃນໂຄງການສ້າງຄວາມສາມາດ ກ່ຽວກັບຄວາມຮູ້ວິຊາການ ເພື່ອການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (EIA).ໂຄງການດັ່ງກ່າວ ເຊິ່ງດຳເນີນແຕ່ປີ 2018-2020 ໄດ້ມີການພັດທະນາຫຼັກສູດຝຶກອົບຮົມ EIA ແລະ ປຶ້ມແບບຮຽນ ສຳລັບລັດຖະກອນ ກໍຄືເຈົ້າໜ້າທີ່ຂັ້ນເມືອງ ແລະ ຂັ້ນແຂວງໃນທົ່ວປະເທດ,​ ເພື່ອເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈໃນຂົງເຂດວຽກງານດັ່ງກ່າວ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

g4PwD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!