ການພັດທະນາດ້ານສັງຄົມ

ສົ່ງເສີມບົດບາດແມ່ຍິງໃນກຸ່ມຜູ້ຜະລິດກາເຟແຂວງເຊກອງ

ໄດ້ມີການເປີດໂຄງການໃໝ່ທີ່ແຂວງເຊກອງ ເພື່ອສົ່ງເສີມບົດບາດແມ່ຍິງ ຄຽງຄູ່ກັບການເຂົ້າເຖິງຕະຫຼາດຂອງກຸ່ມຜູ້ຜະລິດກາເຟ.ໂຄງການດັ່ງກ່າວ ພາຍໃຕ້ຊື່ວ່າ “ແມ່ຍິງທີ່ມີຄວາມເຂັ້ມແຂງສຳລັບຕ່ອງໂສ້ຄຸນຄ່າທີ່ເທົ່າທຽມທາງດ້ານການຜະລິດກາເຟ”ຈະມີການຈັດຕັ້ງປະຕິບັດພາຍໃຕ້ການຊ່ວຍເຫຼືອເພື່ອການພັດທະນາຈາກກະຊວງການຕ່າງປະເທດ ແລະ ການຄ້າຂອງອົດສະຕຣາລີ ໂດຍຜ່ານແຜນງານການຮ່ວມມື NGO ອົດສະຕຣາລີ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ບໍລິສັດຂຸດຄົ້ນບໍ່ແຮ່ພູເບ້ຍຊ່ວຍເຫຼືອສູນອົງຄະທຽມ COPE

(ຂປລ) ໃນວັນທີ 26 ຕຸລາທີ່ຜ່ານມາ ບໍລິສັດຂຸດຄົ້ນບໍ່ແຮ່ພູເບ້ຍໄດ້ບໍລິຈາກເງິນ 28,000 ໂດລາເພື່ອຊ່ວຍເຫຼືອສູນອົງຄະທຽມ COPE.ການບໍລິຈາກດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງຄວາມຮັບຜິດຊອບຕໍ່ການພັດທະນາສັງຄົມລາວຂອງບໍລິສັດ ຈະຊ່ວຍໃຫ້ສູນ COPE ສາມາດດຳເນີນໂຄງການຕ່າງໆເພື່ອຊ່ວຍເຫຼືອຜູ້ພິການທາງດ້ານການເຄື່ອນໄຫວ ໃຫ້ສາມາດເຂົ້າເຖິງການບໍລິການຟື້ນຟູໜ້າທີ່ການ.ອ່ານຕໍ່ ...

ຂປລ

ກອງປະຊຸມວິຊາການແພດວາງຢາສະຫຼົບ ແນໃສ່ສົ່ງເສີມຄວາມປອດໄພ ແລະ ການປິ່ນປົວຄົນເຈັບ

ແພດວາງຢາສະຫຼົບລາວ, ຜູ້ຊ່ຽວຊານ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ ໄດ້ຮ່ວມປະຊຸມທີ່ວຽງຈັນ ໃນວັນສຸກທີ່ຜ່ານມາ ເພື່ອທົບທວນວຽກງານໃນຂະແໜງການ ແລະ ຫາລືວິທີການໃນການປັບປຸງການປິ່ນປົວຄົນເຈັບ ແລະ ຄວາມປອດໄພໃນການວາງຢາສະຫຼົບ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ສະຫະລາດຊະອານາຈັກຮ່ວມມືຕ້ານການດື້ຢາຂອງເຊື້ອພະຍາດ

ລັດຖະບານລາວ ແລະ ສະຫະລາດຊະອານາຈັກໄດ້ຕົກລົງກັນວານນີ້ໃນການຮ່ວມມືໃນໂຄງການໃໝ່ ເພື່ອສົ່ງເສີມການຕໍ່ສູ້ຕ້ານການດື້ຢາຂອງເຊື້ອພະຍາດໃນລາວ. ການຮ່ວມມືດັ່ງກ່າວຈະຈັດຕັ້ງລະບົບການກວດສອບຄົບວົງຈອນສຳລັບການດື້ຢາຂອງເຊື້ອແບັກທີເຣຍ (AMR) ແລະ ການນຳໃຊ້ຢາຕ້ານເຊື້ອໃນຄົນ ແລະ ສັດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດຖະບານ ແລະ ມູນນິທິຕົກລົງຈັດຕັ້ງໂຄງການທົດລອງໂຮງຮຽນຍຸກໃໝ່

ລັດຖະບານໄດ້ບັນລຸຂໍ້ຕົກລົງກັບມູນນິທິຕະກຸນແຟັງສ໌ປະຈຳອັງກິດ ເພື່ອການຮ່ວມມືໃນໂຄງການທົດລອງຈັດຕັ້ງໂຮງຮຽນຍຸກໃໝ່ທີ່ວຽງຈັນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ເດັກນ້ຳໜັກຫຼຸດຍັງເປັນອຸປະສັກຕໍ່ກັບການແກ້ໄຂບັນຫາດ້ານໂພຊະນາການກ່ອນກຳເນີດ

ບັນຫາດ້ານໂພຊະນາການຍັງຄົງເປັນອຸປະສັກໃນປະເທດກຳລັງພັດທະນາ ກໍ່ຄືປະເທດລາວ. ການທີ່ເດັກຈະເລີນເຕີບຕົວຊ້າ ແລະ ສົ່ງຜົນຕໍ່ຄວາມບົກພ່ອງທາງໂພຊະນາການໃນໄລຍະຍາວນີ້ຖ້າບໍ່ໄດ້ຮັບການແກ້ໄຂ ຈະສົ່ງຜົນ ແລະ ເປັນສາເຫດຂອງຄວາມທຸກຍາກໃນທ້ອງຖິ່ນຊົນນະບົດ ເຊັ່ນທີ່ເຊໂປນ ແຂວງສະຫວັນນະເຂດ.ອ່ານຕໍ່ ...

UNICEF

ນັກວິໄຈດ້ານການແພດຫາລືການຄວບຄຸມພະຍາດບໍ່ຕິດແປດ

ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ກົມກອງຖັນແຖວກະຊວງສາທາລະນະສຸກ ໄດ້ປະຊຸມກັນວານນີ້ ທີ່ວຽງຈັນ ເພື່ອຫາລືກ່ຽວກັບການຄວບຄຸມພະຍາດບໍ່ຕິດແປດ (NCD).ການຫາລືດັ່ງກ່າວແມ່ນສ່ວນໜຶ່ງຂອງກອງປະຊຸມຫາລືວິຊາການດ້ານການແພດແຫ່ງຊາດຄັ້ງທີ 12 (12th NHRF) ເຊິ່ງໄດ້ອັດລົງວານນີ້ ແລະ ຍັງຄອບຄຸມການບັນລຸເປົ້າໝາຍການຮັບປະກັນດ້ານສຸຂະພາບໂລກ (UHC) ແລະ ການລົບລ້າງພະຍາຍຕິດແປດບາງຊະນິດ ພາຍໃນປີ 2025 (NCD).ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຄວາມທຸກຍາກ ແລະ ໄພອຶດຫິວເພີ່ມທະວີຄວາມຮ້າຍແຮງພາຍໃຕ້ສິ່ງທ້າທາຍທັງພາຍໃນ ແລະ ທົ່ວໂລກ

ລັດຖະມົນຕີໄດ້ກ່າວໃນໂອກາດວັນອາຫານໂລກ ແລະ ວັນສາກົນເພື່ອການລົບລ້າງຄວາມທຸກຍາກວ່າ ບັນຫາຍືດເຍື້ອຈຳນວນໜຶ່ງໄດ້ເພີ່ມທະວີຄວາມຮ້າຍແຮງດ້ານຄວາມທຸກຍາກ ແລະ ໄພອຶດຫິວ ໃນບັນດາປະເທດທົ່ວໂລກ ລວມທັງປະເທດລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວ-ຈີນຮ່ວມມືກັນຕ້ານໂລກມະເຮັງ

ບັນດາຜູ້ຊ່ຽວຊານລາວໄດ້ຮ່ວມຫາລືກັບຊ່ຽວຊານຈາກປະເທດຈີນ ທີ່ວຽງຈັນ ໃນວັນສຸກຜ່ານມານີ້ ເນື່ອງໃນບັນຍາກາດງານວາງສິນຄ້າ Techmart ລາວທີ່ກຳລັງດຳເນີນ ທີ່ສູນການຄ້າລາວ-ໄອເຕັກ ເພື່ອແນໃສ່ປັບປຸງການຮັກສາ ແລະ ເບິ່ງແຍງຄົນເຈັບໂລກມະເຮັງ.ໃນກອງປະຊຸມ, ຊ່ຽວຊານໂລກມະເຮັງຈາກສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ເມືອງກວາງສີ, ປະເທດຈີນ, ໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຂຶ້ນລາຍງານກ່ຽວກັບຄວາມຄືບໜ້າໃນການພັດທະນາ ແລະ ເຕັກນິກການຮັກສາຄົນເຈັບໂລກມະເຮັງໃນລາວ ແລະ ຈີນ.ອ່ານຕໍ່  ...

ນັກຂ່າວວຽງຈັນທາມສ໌

ຝຣັ່ງ ແລະ ຢູນິເຊັບ ສືບຕໍ່ພາລະກິດສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກນ້ອຍໃນ ສປປລາວ

(ຂປລ) ໃນວັນທີ 10 ຕຸລາຜ່ານມາ, ທ່ານ ຟຣໍລອງຊ໌ ຊອງບລັງ-ຣິສ໌ແລ ເອກອັກຄະລັດຖະທູດຝຣັ່ງປະຈຳ ສປປ ລາວ ແລະ ທ່ານ ອົກຕາວຽງ ບີໂວ ຜູ້ຕາງໜ້າອົງການຢູນິເຊັບ ໄດ້ລົງນາມໃນຂໍ້ຕົກລົງສະບັບໃໝ່ ເພື່ອສືບຕໍ່ເຮັດວຽກຮ່ວມກັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກນ້ອຍ ໃນ ສປປ ລາວ ເຊິ່ງແນໃສ່ການສ້າງ ແລະ ຈັດຕັ້ງປະຕິບັດໂຄງສ້າງການຄຸ້ມຄອງກ່ຽວກັບການຮັບລ້ຽງເດັກແຫ່ງຊາດ ແລະ ສາກົນ.ອ່ານຕໍ່  ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5Ayx8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!